(vovworld) - ໃນລະຫວ່າງວັນທີ 27 – 28/07, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ເປັນປະທານກອງປະຊຸມຫົວເລື່ອງສະເພາະຂອງລັດຖະບານ ກ່ຽວກັບການສ້າງກົດໝາຍ. ທີ່ກອງປະຊຸມ, ບັນດາສະມາຊິກລັດຖະບານໄດ້ປຶກສາຫາລືກ່ຽວກັບສະພາບການປະຕິບັດໂຄງການສ້າງກົດໝາຍ, ລັດຖະດຳລັດຂອງລັດຖະບານ ແລະ ສະພາບການປະກາດໃຊ້ເອກະສານກຳນົດລະອຽດກ່ຽວກັບການປະຕິບັດກົດໝາຍ, ລັດຖະດຳລັດໃນ 6 ເດືອນຕົ້ນປີ, ໜ້າທີ່ໃນ 6 ເດືອນທ້າຍປີ 2015. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ຮຽກຮ້ອງໃຫ້ບັນດາສະມາຊິກລັດຖະບານສະຫງວນບຸລິມະສິດຢ່າງສູງ ແລະ ສຸມໃສ່ແຫຼ່ງກຳລັງເພື່ອແກ້ໄຂສະພາບສ້າງກົດໝາຍ, ປະກາດໃຊ້ບັນດາເອກະສານແນະນຳກ່ຽວກັບການປະຕິບັດກົດໝາຍຢ່າງຊັກຊ້າ.
“ຂ້າພະເຈົ້າສະເໜີ ກ່ອນອື່ນໝົດແມ່ນບັນດາລັດຖະມົນຕີ, ນອກຈາກວຽກງານຄຸມຄອງບໍລິຫານລວມແລ້ວ, ຕ້ອງເອົາໃຈໃສ່ເຖິງການປະກາດໃຊ້ກົດໝາຍ, ລະບອບລະບຽບການ, ຍ້ອນນີ້ແມ່ນວຽກງານມີຄວາມໝາຍສຳຄັນ. ສຳລັບຂົງເຂດນີ້, ບັນດາລັດຖະມົນຕີຕ້ອງສະຫງວນບຸລິມະສິດເປັນຢ່າງສູງ, ລະດົມແຫຼ່ງກຳລັງ, ກົມກົດໝາຍຂອງອົງການຕົນ, ລະດົມການໃຫ້ຄຳປຶກສາ… ເພື່ອສຸມໃສ່ສ້າງທັງກົດໝາຍ, ທັງເອກະສານປະຕິບັດກົດໝາຍທີ່ມີຜົນສັກສິດຢ່າງລະອຽດ. ທີ່ 2 ແມ່ນເພີ່ມທະວີການສົມທົບກັນລະຫວ່າງບັນດາກະຊວງ. ສ່ວນບັນດາຈົດໝາຍລັດຖະການ, ລັດຖະດຳລັດ, ລະບອບໃດມີຄວາມສະດູງໄວ, ຂໍ້ຕິດຂັດ, ນາຍົກລັກຖະມົນຕີ ແລະ ລັດຖະບານ ພ້ອມແລ້ວທີ່ຈະເຮັດວຽກໂດຍກົງກັບບັນດາກະຊວງ”.
ກໍທີ່ກອງປະຊຸມ, ລັດຖະບານໄດ້ໃຫ້ຄຳເຫັນໃສ່ບັນດາຮ່າງກົດໝາຍວ່າດ້ວຍການເຫຼື້ອມໄສເຊື່ອຖືສາສະໜາ; ກົດໝາຍວ່າດ້ວຍການສຳພັດຂໍ້ມູນ; ກົດໝາຍວ່າດ້ວຍພາສີຂາອອກ, ຂາເຂົ້າ (ສະບັບປັບປຸງ)….