ສະຫນັບສະໜູນ 5,5 ຕື້ດົ່ງໃຫ້ແກ່ກຳລັງ ຕຳຫຼວດທະເລ,ອົງການ ກວດກາການປະມົງ ແລະ ຊາວປະມົງ
(ພາບ: QĐND)
(vovworld)- ລາຍການສະແດງສິລະປະພິເສດ “ເພື່ອເຂດທະເລໝູ່ເກາະທີ່ຮັກແພງ“ ຈັດຂຶ້ນໃນຕອນຄ່ຳວັນທີ 30/5 ຢູ່ໂຮງລະຄອນໃຫ່ຍຮ່າໂນ້ຍ. ເຫດການດັ່ງກ່າວໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ສົມທົບກັບໂທລະພາບແຫ່ງຊາດຫວຽດນາມ ຈັດຂຶ້ນເພື່ອແນໃສ່ສະແດງນ້ຳໃຈຮັກຊາດ, ຢັ້ງຢືນອະທິປະໄຕ ເຂດທະເລໝູ່ເກາະຂອງຫວຽດນາມ ຕໍ່ໜ້າເລື່ອງຈີນ ໄດ້ ຕັ້ງຮ້ານເຈາະນ້ຳມັນໄຮຢາງ 981 ຢ່າງຜິດກົດໝາຍໃນເຂດເສດຖະກິດຈຳເພາະ ແລະ ໄຫ່ລທະຫວີບຂອງຫວຽດນາມໂດຍບັງອາດ. ຈຳນວນເງິນ 5,5 ຕື້ດົ່ງໄດ້ຮັບໃນລາຍການສະແດງສິລະປະໄດ້ມອບໃຫ້ກຳລັງຕຳຫຼວດທະເລ, ອົງການກວດກາການປະມົງ ແລະ ຊາວປະມົງທີ່ໄດ້ຕິດພັນກັບທະເລ./.