ສະຫຼຸບອາຍຸການ ຊຸດທີ 10 ຂອງຄະ ນະຊີ້ນຳວຽກງານ ສື່ສານພົວພັນ ຕ່າງປະເທດ

ສະຫຼຸບອາຍຸການ ຊຸດທີ 10 ຂອງຄະ ນະຊີ້ນຳວຽກງານ ສື່ສານພົວພັນ ຕ່າງປະເທດ - ảnh 1
ທ່ານເລຮົ່ງແອງ ກ່າວຄຳເຫັນຊີ້ນຳກອງປະຊຸມ
(ພາບ: vnn.vn)

(vovworld) - ວັນ​ທີ 15/2, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ຊີ້​ນຳ​ວຽກ​ງານ​ສື່ສານ​ພົວພັນ​ຕ່າງປະ​ເທດ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫຼຸບ​ອາຍຸ​ການ​ຊຸດ​ທີ 10. ກ່າວ​ຄຳ​ເຫັນ​ຊີ​້ນຳກອງ​ປະຊຸມ, ທ່ານ​ເລ​ຮ່ົງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາ, ​ເນັ້ນ​ໜັກ​ວ່າ: ​ໃນ​ສະຖານະ​ການ​ທີ່​ຫວຽດນາມ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ​ນັ້ນ, ວຽກ​ງານ​ສື່ສານ​ພົວພັນຕ່າງປະ​ເທດ​ມີ​ບົດບາດ​ສຳຄັນ​ທີ່​ສຸດ, ​ເຮັດ​​ໃຫ້​ໂລກ​ເຂົ້າ​ໃຈ​​ແຈ້ງ ​ແລະ ​​ຖືກຕ້ອງ​ກ່ຽວ​ກັບ​ຫວຽດນາມ, ຜ່ານ​ນັ້ນ​ສະ​ແຫວ​ງຫາ​ການ​ສະໜັບສະໜູນ​ຈາກ​ສາກົນ​ເພື່ອ​ຮັບ​ໃຊ້​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ທ່ານ​ເລ​ຮົ່ງ​​ແອ​ງ ຮຽກ​ຮ້ອງ​ວ່າ: ຕ້ອງ​ຜັນ​ຂະຫຍາຍ​​ບັນດາ​ການ​ເຄື່ອນ​ໄຫວ​ສື່ສານ​ພົວພັນຕ່າງປະ​ເທດ​ຢ່າງ​ຄົບ​ຊຸດ, ຮອບດ້ານບົນ​ພື້ນຖານ: “ຍຸດ​ທະ​ສາດ​ພັດທະນາ​ສື່ສານ​ພົວພັນຕ່າງປະ​ເທດ​ໄລຍະ 2011 - 2020” ​ໂດຍ​ໄວ. ​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ຊີ​້ນຳອາຍຸ​ການ​ຊຸດ​ທີ 11 ​ໄດ້​ອອກ​ສະ​ເໜີ​ຕົວ. ທ່ານ​ດິງ​ເທ໋ຮິງ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ພັກ, ​ແມ່ນ​ຫົວໜ້າ​ຄະນະ​ຊີ້ນ​ຳວຽກ​ງານ​ສື່ສານພົວພັນ​ຕ່າງປະ​ເທດ​ອາຍຸ​ການ​ໃໝ່
ຂ່າວ/ບົດ​ອື່ນ