ສະຫລຸບ3ປີແຫ່ງການປະຕິບັດແຜນຮ່າງກໍ່ສ້າງສັງຄົມແຫ່ງການຮ່ຳຮຽນ

ສະຫລຸບ3ປີແຫ່ງການປະຕິບັດແຜນຮ່າງກໍ່ສ້າງສັງຄົມແຫ່ງການຮ່ຳຮຽນ - ảnh 1
ພາບປະກອບ

(vovworld) –  ຕອນ​ເຊົ້າ​ວັນ​ທີ 13/1, ກະຊວງ​ສຶກສາ ​ແລະ ກໍ່​ສ້າງ​ໄດ້​ຈັດ​ຕັ້ງກອງ​ປະຊຸມ​ໂດຍ​ກົງ​ຜ່ານ​​ເຄືອ​ຂ່າຍ​ອິນ​ເຕີ​ເນັດ​ສະຫລຸບ 3 ປີ​ແຫ່ງ​ການ​ປະຕິບັດ​​ແຜນ​ຮ່າງ “ກໍ່ສ້າງ​ສັງ​ຄົມ​ແຫ່ງ​ການ​ຮຳ່ຮຽນ​ໄລຍະ 2012 - 2020”. ບົດ​ລາຍ​ງານ​ໝາກຜົນ​ແຫ່ງການ​ປະຕິບັດ​ໃນ​ໄລຍະ​ແຕ່​ປີ 2013 ຮອດ​ປີ 2015 ສະ​ແດງ​ໃຫ​້​ເຫັນ​ຄວາມ​ຮັບ​ຮູ້​ຂອງ​ພະນັກງານ, ປະຊາຊົນ​ກ່ຽວ​ກັບ​ຜົນ​ປະ​ໂຫຍ​ດຂອງ​ການ​ຮຳ່ຮຽນ​ຕະຫຼອດ​ຊີວິດ, ກໍ່ສ້າງ​ສັງຄົມ​​ແຫ່ງ​ການຮຳ່ຮຽນ​ໄດ້​ຫັນປ່ຽນ​ຢ່າງ​ຕັ້ງໜ້າ. 4 ໝວດ​ຈຸດໝາຍຂອງ​ແຜນ​ຮ່າງ​ບັນລຸ​ໄດ້​ບັນດາ​ໝາກຜົນ​​ໃນ​ເບື້ອງ​ຕົ້ນ, ​ໃນ​ນັ້ນ​ຈຸດໝາຍ​ລົບ​ລ້າ​ງ​ໄພ​ກືກ​ໜັງ​ສື, ​ປະຕິບັດ​ສຳ​ເລັດການ​ສຶກສາ ​ແລະ ການຮຳ່ຮຽນ​ຍົກ​ສູງ​ລະດັບຄວາມ​ຮູ້​ດ້ານ​ຄອມ​ພິວ​ເຕີ, ພາສາ​ຕ່າງປະ​ເທດ​ແມ່ນ​ບັນລຸ​ຜົນງານ​ສູງ​ກ່ວາ​ແຜນການ​ທີ່​ໄດ້​ວາງ​ອອກວາງ​ອອກ. ອັດຕາ​ຜູ້​ຮູ້​ໜັງ​ສື​​ໃນ​​ເກັນ​ອາຍຸ​ແຕ່ 15 – 35 ປີ​ຂອງ​ທົ່ວ​ປະ​ເທດ​ແມ່ນ​ກ່ວາ 98%. ​ໄລ່​ຮອດ​ທ້າຍ​ປີ 2015, ມີ 63 ​ແຂວງ, ນະຄອນ​ບັນລຸ​ມາດ​ຕະຖານ​​ສຳ​ເລັດ​ການ​ການ​ສຶກສາ​ຊັ້ນ​​ປະຖົມ​ພາກ​ບ​ັງຄັບຖືກ​ຕາມ​ເກັ່ນ​ອາຍຸ​ ​ແລະ ບັນລຸມາດຖານ​​ສຳ​ເລັດ​ການ​ສຶກສາ​ຊັ້ນ​ມັດ​ຖະຍົມ​ຕອນ​ຕົ້ນພາກ​ບັງຄັບ.

        ​ໃນ​ໄລຍະ​ແຕ່​ນີ້​ຮອດ​ປີ 2020, ກະຊວງ​ສຶກສາ - ກໍ່​ສ້າ​ງສືບ​ຕໍ່​ຜັນ​ຂະຫຍາຍການ​ປະຕິບັດ 9 ໝວດ​ໜ້າ​ທີ່ ​ແລະ ມາດ​ຕະການ​ຢ່າງ​ຄົບ​ຊຸດ, ​ແກ້​ໄຂ​ບັນດາ​ສິ່ງ​ທີ່​ຍັງຄົງ​ຄ້າງ, ສິ່ງ​ຈຳກັດ​ເພື່ອ​ບັນລຸ​ຈຸດໝາຍ​ຂອງ​ແຜນ​ຮ່າງ. ​ໃນ​ນັ້ນ, ກຳນົດ​ບັນດາ​ເນື້ອ​ໃນ​ຮຳ່ຮຽນ​ອຸດົມ​ສົມບູນ, ຫຼາຍ​ຮູບ​ຫຼາຍ​ແບບ, ມີ​ໄຫວ​ພິບ, ຕອບ​ສະໜອງ​ບັນດາ​ການ​ປ່ຽນ​ແປງ​ຂອງ​ປະ​ເທດ​ຊາດ​ຢ່າງ​ທັນ​ການ.


ຂ່າວ/ບົດ​ອື່ນ