(vovworld) - ຕອນເຊົ້າວັນທີ 23/3, ຢູ່ ຮ່າໂນ້ຍ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ຈັດຕັ້ງພິທີ “ສະຫລຸບການແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 9 ປີ 2012”. ການແຂ່ງຂັນດັ່ງກ່າວຖືກຈັດຂຶ້ນຢູ່ນະຄອນຫລວງ ຢາກາຕາ ປະເທດອິນໂດເນເຊຍ ໂດຍມີການເຂົ້າຮ່ວມຂອງນັກແຂ່ງຂັນ 246 ຄົນທີ່ມາຈາກ 9 ປະເທດສະມາຊິກ. ໃນການແຂ່ງຂັນຄັ້ງນີ້ ມີ 22 ປະເພດວິຊາຊ່າງຄື: ຊ່າງຕິດຕັ້ງໄຟຟ້າໃນອາຄານ, ຊ່າງອອກແບບ, ຊ່າງໄມ້ເຄື່ອງຫັດຖະກຳສິລະປະກຳ, ຊ່າງສ້າງຊອບແວດເຕັກໂນໂລຊີ, ອຸດສາຫະກຳໂອໂຕ… ຄະນະນັກແຂ່ງຂັນຫວຽດນາມ ເຂົ້າຮ່ວມການແຂ່ງຂັນຄົບ 22 ປະເພດວິຊາຊ່າງ ແລະ ຍາດໄດ້ 5 ຫລຽນຄຳ, 6 ຫລຽນເງິນ, 5 ຫລຽນທອງ ແລະ 11 ຄົນໄດ້ຮັບໃບຢັ້ງຢືນນາຍຊ່າງດີເດັ່ນ. ຄະນະນັກແຂ່ງຂັນ ຫວຽດນາມ ຢືນອັນດັບ 2 ຖັດຈາກ ອິນໂດເນເຊຍ.
ບັນດານັກແຂ່ງຂັນຍາດໄດ້ຫລຽນຄຳໃນການແຂ່ງຂັນສີມືແຮງງານ ອາຊຽນ 9
ພາບ:internet
|
ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ ໄດ້ຕີລາຄາສູງບັນດາໝາກຜົນຊື່ງຄະນະນັກແຂ່ງຂັນສີມືແຮງງານ ຫວຽດນາມ ຍາດມາໄດ້ໃນການແຂ່ງຂັນຄັ້ງນີ້, ເປັນການສະແດງໃຫ້ເຫັນຄວາມສາມາດເຊື່ອມໂຍງຂອງກຳມະກອນ ຫວຽດນາມ ກັບບັນດາປະເທດໃນພາກພື້ນ. ທ່ານ ຮອງນາຍົກລັດຖະມົນຕີ ຫວູວັນນີງ ຊີ້ແຈງວ່າ:
“ໃນໄລຍະຈະມາເຖິງ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ສືບຕໍ່ເສີມຂະຫຍາຍຜົນງານທີ່ບັນລຸໄດ້ ພ້ອມທັງຖອດຖອນບົດຮຽນເພື່ອສ້າງ ແລະ ປະກາດໃຊ້ບັນດານະໂຍບາຍໃຫ້ເໝາະສົມ. ບັນດາກະຂວງ, ຂະແຫນງການກ່ຽວຂ້ອງ ແລະ ທ້ອງຖິ່ນຕ່າງໆ ເປັນເຈົ້າການສົມທົບກັບກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ປະຕິບັດບັນດາມາດຕະການຊຸກຍູ້, ພັດທະນາແຫລ່ງຊັບພະຍາກອນມະນຸດ, ຕັ້ງຫນ້າເຂົ້າຮ່ວມການຈັດຕັ້ງ ແລະ ເຂົ້າຮ່ວມການແຂ່ງຂັນສີມືແຮງງານຢູ່ພາຍໃນປະເທດ, ພາກພື້ນ ແລະ ສາກົນ.”