ສະຫະປະຊາຊາດ ກ່າວປະນາມການບຸກໂຈມຕີໃສ່ເຂດຊຸມຊົນຢູ່ ລີບີ ແມ່ນການກະທໍາລະເມີດກົດໝາຍມະນຸດສະທໍາສາກົນ

(VOVWORLD) -ເຫດຍິງລູກປືນໃຫຍ່ປະເພດໜັກ ໃສ່ເຂດຊຸມຊົນຢູ່ ນະຄອນຫຼວງ Tripoli ຢ່າງລຽນຕິດ ໃນຕະຫຼອດຄືນວັນທີ 16 ເມສາ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 14 ຄົນ ແລະ 40 ຄົນໄດ້ຮັບບາດເຈັບ.

        ທ່ານ Ghassan Salame ທູດພິເສດຂອງ ສປຊ ຮັບຜິດຊອບກ່ຽວກັບບັນຫາ ລີບີ ໄດ້ຮຽກຮ້ອງບັນດາຝ່າຍປະທະກັນຢູ່ ລີບີ ຈົ່ງຢຸດຕິການບຸກໂຈມຕີ, ເພື່ອຊີວິດຂອງປະຊາຊົນ 3 ລ້ານຄົນ ທີ່ພວມດໍາລົງຊີວິດຢູ່ນະຄອນຫຼວງ Tripoli.

ສະຫະປະຊາຊາດ ກ່າວປະນາມການບຸກໂຈມຕີໃສ່ເຂດຊຸມຊົນຢູ່ ລີບີ ແມ່ນການກະທໍາລະເມີດກົດໝາຍມະນຸດສະທໍາສາກົນ - ảnh 1 ທີ່ການເກີດເຫດ (ພາບ: TTXVN)

        ຄໍາຮຽກຮ້ອງດັ່ງກ່າວ ໄດ້ຍົກອອກມາໃນວັນທີ 17 ເມສາ, ພາຍຫຼັງເຫດຍິງລູກປືນໃຫຍ່ປະເພດໜັກ ໃສ່ເຂດຊຸມຊົນຢູ່ ນະຄອນຫຼວງ Tripoli ຢ່າງລຽນຕິດ ໃນຕະຫຼອດຄືນວັນທີ 16 ເມສາ ອັນໄດ້ເຮັດໃຫ້ມີຜູ້ເສຍຊີວິດ 14 ຄົນ ແລະ 40 ຄົນໄດ້ຮັບບາດເຈັບ, ໃນນັ້ນ ມີທັງແມ່ຍິງ ແລະ ເດັກນ້ອຍ. ນາຍພົນ Khalifa Haftar ຫົວໜ້າກໍາລັງອ້າງຊື່ເອງວ່່າ ແມ່ນ ກອງທັບແຫ່ງຊາດລີບີ ທີ່ໜູນຫຼັງໃຫ້ອໍານາດການປົກຄອງພາກຕາເວັນອອກ, ໄດ້ປຸກລະດົມການບຸກໂຈມຕີທີ່ແກ່ຍາວເປັນເວລາ 2 ອາທິດນີ້ ເພື່ອແນໃສ່່ຢຶດຄອງນະຄອນຫຼວງ Tripoli.

        ໃນແຈ້ງການທາງສື່ມວນຊົນສະບັບໜຶ່ງ, ທ່ານ Ghassan Salame ໄດ້ກ່າວປະນາມການກະທໍາໂຫດຮ້າຍດັ່ງກ່າວນັ້ນ. ພ້ອມທັງຮຽກຮ້ອງໃນບັນດາຝ່າຍປະທະກັນ ຈົ່ງປະຕິບັດຕາມກົດໝາຍມະນຸດສະທໍາສາກົນ ແລະ ສິດທິມະນຸດ ກໍຄື ຄວາມຈໍາເປັນຕ້ອງປະຕິບັດບັນດາມາດຕະການທີ່ອາດເປັນໄປໄດ້ ເພື່ອປົກປ້ອງປະຊາຊົນ ແລະ ຮັກສາພື້ນຖານໂຄງລ່າງ.


ຕອບກັບ

ຂ່າວ/ບົດ​ອື່ນ