ສະຫະປະຊາຊາດ ສະເຫລີມສະຫລອງ 15 ປີ ແຫ່ງວັນເຊັນສົນທິສັນຍາຕ້ານອາວຸດເຄມີ
ທ່ານ Ban Ki Moon ເລຂາທິການໃຫຍ່ ສປຊ
ພາບ: internet
|
(vovworld) - ວັນທີ 1/10, ຢູ່ສຳນັກງານຂອງສະຫະປະຊາຊາດ (ສປຊ) ຢູ່ ນະຄອນ ນິວຢອກ ແຫ່ງສະຫະລັດອາເມລິກາ, ພາຍໃຕ້ຫົວຂໍ້ວ່າ: 15 ປີແຫ່ງວັນເຊັນສົນທິສັນຍາກ່ຽວກັບການຕ້ານອາວຸດເຄມີ, ກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 67 ໄດ້ຈັດຕັ້ງວາລະປະຊຸມຂັ້ນສູງສະເຫລີມສະຫລອງ 15 ປີແຫ່ງວັນເຊັນສົນທິສັນຍາສາກົນມີຜົນສັກສິດ. ກ່າວຄຳເຫັນຕໍ່ຫນ້າບັນດາຜູ້ແທນຂອງ 188 ປະເທດເຂົ້າຮ່ວມສົນທິສັນຍາດັ່ງກ່າວ, ທ່ານ Ban Ki Moon ເລຂາທິການໃຫຍ່ ສປຊ ຖືວ່າ: ນີ້ແມ່ນໂອກາດທີ່ດີເພື່ອໃຫ້ປະຊາຄົມໂລກພ້ອມກັນທົບທວນຄືນບັນດາຄຸນຄ່າຂອງເອກະສານສະບັບດັ່ງກ່າວສຳລັບຊາຕາກຳຂອງມະນຸດ ແລະ ສິ່ງແວດລ້ອມ ພ້ອມກັນຢືນຢັນຄືນຄວາມຕັດສິນໃຈມຸ່ງໄປເຖິງຈຸດໝາຍລົບລ້າງອາວຸດເຄມີທັງໝົດຢູ່ໃນພິພົບ.
ສົນທິສັນຍາດັ່ງກ່າວມີຊື່ວ່າ: ສົນທິສັນຍາ ສປຊ ກ່ຽວກັບການຫ້າມຊອກຫາ, ຜະລິດ, ຖືອາວຸດ, ນຳໃຊ້ອາວຸດເຄມີ ແລະ ກ້າວໄປເຖິງການດັບສູນ ໄດ້ຮັບການຮັບຮອງເອົາເມື່ອວັນທີ 3/9/1992 ແລະ ເລີ່ມມີຜົນສັກສິດນັບແຕ່ວັນທີ 29/4/1997 ເປັນຕົ້ນໄປ. ປະຈຸບັນ ມີ 188 ປະເທດໄດ້ລົງນາມໃນສົນທິສັນຍາສະບັບດັ່ງກ່າວ.