ສະຫະປະຊາຊາດ, ອາເມລິກາ, ລັດເຊຍ ຮຽກຮ້ອງໃຫ້ ອີຣານ ແລະ ປາກິດສະຖານ ຈົ່ງລະງັບໃຈ
(VOVWORLD) - ກະຊວງການຕ່າງປະເທດ ລັດເຊຍ ກໍ່ຮຽກຮ້ອງໃຫ້ Islamabad ແລະ Tehran ຫຼຸດຜ່ອນຄວາມເຄັ່ງຕຶງ
(ພາບປະກອບ: IRNA/TTXVN)
|
ວັນທີ 18 ມັງກອນ, ສະຫະປະຊາຊາດ ແລະ ອາເມລິກາ ໄດ້ກະຕຸກຊຸກຍູ້ໃຫ້ ອີຣານ ແລະ ປາກິດສະຖານ ຈົ່ງລະງັບໃຈ ພາຍຫຼັງ 2 ປະເທດບ້ານໃກ້ເຮືອນຄຽງຢູ່ເຂດອາຊີໃຕ້ນີ້ ປະຕິບັດບັນດາການບຸກໂຈມຕີທາງອາກາດ ທີ່ກໍ່ຄວາມລົ້ມຫາຍຕາຍຈາກໂດຍແນໃສ່ກຳລັງເຊິ່ງ 2 ຝ່າຍຖືວ່າແມ່ນພວກກະບົດຢູ່ໃນເຂດດິນແດນຂອງກັນ. ທ່ານ John Kirby, ໂຄສົກທຳນຽບຂາວໃຫ້ຮູ້ວ່າ, ອາເມລິກາ ພວມຕິດຕາມສະພາບການຢ່າງໃກ້ຊິດ ແລະ ຮັກສາການຕິດຕໍ່ກັບວົງການເຈົ້າໜ້າທີ່ ປາກິດສະຖານ.
ໃນຂະນະນັ້ນ, ກະຊວງການຕ່າງປະເທດ ລັດເຊຍ ກໍ່ຮຽກຮ້ອງໃຫ້ Islamabad ແລະ Tehran ຫຼຸດຜ່ອນຄວາມເຄັ່ງຕຶງ ພາຍຫຼັງທີ່ ປາກິດສະຖານ ດຳເນີນບັນດາການບຸກໂຈມຕີທີ່ແນໃສ່ພວກກະບົດຢູ່ ອີຣານ, ເຊິ່ງແມ່ນການກະທຳໂຕ້ຕອບບັນດາການບຸກໂຈມຕີທາງອາກາດຂອງ ອີຣານ ແນໃສ່ເຂດດິນແດນຂອງປະເທດນີ້ກ່ອນນັ້ນ. ກະຊວງການຕ່າງປະເທດ ລັດເຊຍ ຖືວ່າ, 2 ຝ່າຍຕ້ອງແກ້ໄຂບັນດາບັນຫາໃໝ່ຜ່ານບັນດາມາດຕະການດ້ານການເມືອງ ແລະ ການທູດ.