ສະຫະປະຊາຊາດ ຮັບຮອງເອົາມະຕິລົບລ້າງອາວຸດນິວເຄຼຍ
ອາວຸດນິວເຄຼຍໄດ້ກາຍເປັນໄພນາບຂູ່ຕໍ່ຊີວິດຂອງມວນມະນຸດ
|
(vovworld)- ວັນທີ 4/11, ຄະນະກຳມະການທີ 1 ກ່ຽວກັບການຫຼຸດກຳລັງທັບຂອງສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ຮັບຮອງເອົາມະຕິໂດຍຍີປຸ່ນນຳໜ້າ ໄດ້ຮຽກຮ້ອງໃຫ້ລົບລ້າງອາວຸດນິວເຄຼຍ. ການກະທຳດັ່ງກ່າວໄດ້ເປັນຂີດໝາຍບາດລ້ຽວໃນການໂຕ້ແຍ້ງກັນທີ່ແກ່ຍາວເປັນເວລາ 20 ປີ ກ່ຽວກັບການ ຮັບຮອງເອົາມະຕິຄືດັ່ງກ່າວ. ດ້ວຍບັດເຫັນດີ 164 ບັດ, ບັດຂາວ 14 ບັດ ແລະ ບັດຄັດຕ້ານ 1 ບັດ, ມະຕິດັ່ງກ່າວຮຽກຮ້ອງໃຫ້ກ້າວໄປເຖິງໂລກປອດອາວຸດນິວເຄຼຍ ແລະ ຢືນຢັນຄືນກ່ຽວກັບບົດບາດທີ່ສຳຄັນຂອງສົນທິສັນຍາບໍ່ແຜ່ຂະຫຍາຍ ອາວຸດນິວເຄຼຍ. ໃນຈຳນວນບັນດາປະເທດມີ ອາວຸດນິວເຄຼຍໃນຄອບຄອງ, ສປປເກົາຫຼີແມ່ນພຽງປະເທດດຽວ ປ່ອນບັດຄັດຄ້ານມະຕິນີ້.