ສະຫະປະຊາຊາດ ຮຽກຮ້ອງບັນດາຝ່າຍທີ່ເປັນປໍລະປັກຢູ່ Yemen ເຄົາລົບຂໍ້ຕົກລົງຢຸດຍິງ

(VOVWORLD) -ທ່ານ Cammaert ໄດ້ຮຽກຮ້ອງບັນດາກໍາລັງຂອງລັດຖະບານ Yemen ໂດຍ ອາຣັບບີ ຊາອຸດິ ໜູນຫຼັງ ແລະ ພວກກະບົດ Houthi ເຄົາລົບຂໍ້ຕົກລົງຢຸດຍິງ

ຫົວໜ້າຄະນະຕິດຕາມກວດກາການປະຕິບັດຄໍາສັ່ງຢຸດຍິງຂອງ ສປຊ ຢູ່ Hodeida, ທ່ານພັນເອກ Pattrick Cammaert ໄດ້ໄປຢ້ຽມຢາມນະຄອນທ່າກໍ່າປັ່ນດັ່ງກ່າວຂອງ Yemen ໃນວັນທີ 24 ທັນວາ. ຢູ່ນະທີ່ນີ້, ທ່ານ Cammaert ໄດ້ຮຽກຮ້ອງບັນດາກໍາລັງຂອງລັດຖະບານ Yemen ໂດຍ ອາຣັບບີ ຊາອຸດິ ໜູນຫຼັງ ແລະ ພວກກະບົດ Houthi ເຄົາລົບຂໍ້ຕົກລົງຢຸດຍິງ ຊຶ່ງຫາກໍໄດ້ຮັບຄວາມເຫັນດີເປັນເອກະພາບ ຢູ່ແບນຊິກ. ທ່ານ Cammaert ຢັ້ງຢືນວ່າ ປະຊາຄົມສາກົນ ພວມມານະພະຍາຍາມເພື່ອຢຸດຕິສົງຄາມເຢັນຢູ່ Yemen. ນອກຈາກນັ້ນ, ທ່ານກໍໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງເລື່ອງປະຕິບັດຂໍ້ຕົກລົງຢຸດຍິງເປັນພຶດຕິກໍາຕົວຈິງ ແລະ ກໍານົດວ່າ ຈະໄປຢ້ຽມຢາມພາກສະໜາມສູ້ຮົບຂອງນະຄອນໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ