ສະຫະປະຊາຊາດ ຮຽກຮ້ອງປະຕິບັດສິດ ຂອງຊາວທ້ອງຖິ່ນ ຢ່າງຄົບຖ້ວນ

ສະຫະປະຊາຊາດ ຮຽກຮ້ອງປະຕິບັດສິດ ຂອງຊາວທ້ອງຖິ່ນ ຢ່າງຄົບຖ້ວນ - ảnh 1
(ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki Moon)

(vovworld) - ​ເນື່ອງ​ໃນ​​ໂອກາດ​ວັນ​​ມູນ​ເຊື້ອຂອງ​​ຊາວ​ທ້ອງ​ຖິ່ນ​ໃນ​ທົ່ວ​​ໂລກ (09 ສິງຫາ), ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki Moon ​ໄດ້​ສົ່ງ​ສານ​ຮຽກຮ້ອງ​ໃຫ້​ທຸກໆ​ປະ​ເທດ​ສະມາຊິກ ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​​ຊາວ​ທ້ອງ​ຖິ່ນ ມີ​ສິດ​ເຂົ້າ​ຮ່ວມ​ບັນດາ​ຂໍ້​ຕົກລົງ​ສຳຄັນ​ທີ່​ກ່ຽວຂ້ອງ​ເຖິງ​ຊີວິດ​ທາງ​ດ້ານເສດຖະກິດ, ການ​ເມືອງ ​ແລະ ສັງຄົມ​ຂອງ​ທ້ອງ​ຖິ່ນ ກໍ່​ຄື​ປະ​ເທດ​​ແຫ່ງທີ່​ເຂົາ​ເຈົ້າ​ພວມ​ດຳລົງ​ຊີວິດ. ຕາມ​ທ່ານ Ban Ki Moon ​ແລ້ວ, ບັນດາ​ຊາວ​ທ້ອງ​ຖິ່ນ ຍາມ​ໃດ​ກໍ່​ມານະ​ພະຍາຍາມ​ປະກອບສ່ວນ​ພັດທະນາ​ຊີວິດ, ​ໂດຍ​ສະ​ເພາະ​ແມ່ນ​ເສດຖະກິດ​ ​ແລະ ​ເຂົາ​ເຈົ້າ​ມີ​ຄວາມ​ຕັດສິນ​ໃຈ​ສູງ​ໃນ​ການ​ປົກ​ປັກ​ຮັກສາ, ​ເສີມ​ຂະຫຍາຍ​ພື້ນຖານ​ວັດທະນະທຳ ກໍ່​ຄື​ຮີດຄອງ​ປະ​ເພນີ​ສະ​ເພາະຂອງ​ປະຊາ​ຄົມ​ຊາວ​ທ້ອງ​ຖິ່ນ. ​ເພາະສະ​ນັ້ນ, ໜ້າ​ທີ່​ຂອງ​ບັນດາ​ປະ​ເທດ​ທີ່​ມີ​ຊາວ​ທ້ອງ​ຖິ່ນ​ດຳລົງ​ຊີວິດ ຕ້ອງ​ປະຕິບັດ​ບັນດາ​ມາດ​ຕະການ ​ແລະ ນະ​ໂຍບາຍ​ຢ່າງ​ລະອຽດ ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ຊີວິດ​ຂອງ​ເຂົາ​ເຈົ້າ, ຊ່ວຍ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ສະ​ເໝີ​ພາບ​ກັບ​ປະຊາ​ຊາດ​ອື່ນໆ.

ຂ່າວ/ບົດ​ອື່ນ