ສະ​ຫະ​ປະ​ຊາ​ຊາດ ຮ​ຽກ​ຮ້ອງ​ໃຫ້ ອິນ​ເດຍ ແລະ ປາ​ກິດ​ສະ​ຖານຫຼຸດ​ຜ່ອນຄວາມ​ເຄັ່ງ​ຕຶງ​

(VOVWORLD) - ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ໄດ້ຮຽກຮ້ອງໃຫ້ ອິນເດຍ ແລະ ປາກິດສະຖານ ຫຼຸດຜ່ອນຄວາມເຄັ່ງຕຶງລົງ ນັບທັງການກະທຳດ້ານການທະຫານ ແລະ ບັນດາ ຖະແຫຼງການຕ່າງໆ.
ສະ​ຫະ​ປະ​ຊາ​ຊາດ ຮ​ຽກ​ຮ້ອງ​ໃຫ້ ອິນ​ເດຍ ແລະ ປາ​ກິດ​ສະ​ຖານຫຼຸດ​ຜ່ອນຄວາມ​ເຄັ່ງ​ຕຶງ​ - ảnh 1ນາຍທະຫານ ອິນເດຍ ຢູ່ Srinagar (ພາບ: TTXVN) 

ວັນທີ 16 ກຸມພາ, ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວລວມພາຍຫຼັງການພົບປະກັບທ່ານ Shah Madmood Qureshi ລັດຖະມົນຕີກະຊວງການຕ່າງປະເທດ ປາກິດສະຖານ ຢູ່ Islamabab, ທ່ານ Antonio Guterres ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບສະພາບການຢູ່ Kashmir ແລະ ບັນດາຄວາມເຄັ່ງຕຶງ ທີ່ແກ່ຍາວເຊິ່ງເກີດຂຶ້ນຢູ່ ລຽບຕາມເສັ້ນຊາຍແດນຄວບຄຸມ (LoC). ທ່ານ ເລຂາທິການໃຫຍ່ ສປຊ ໃຫ້ຮູ້ວ່າ ໄດ້ເນັ້ນໜັກຫຼາຍເທື່ອເຖິງຄວາມສຳຄັນຂອງການລະງັບໃຈຫຼາຍທີ່ສຸດ, ກໍ່ຄືກ່າວຄືນຄຳສະເໜີເປັນຄົນກາງໄກ່ເກ່ຍ ຖ້າຫາກວ່າສອງຝ່າຍມີການສະເໜີ.

        ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ໄດ້ໄປຢ້ຽມຢາມ ປາກິດສະຖານເປັນເວລາ 4 ວັນເພື່ອ ເຂົ້າຮ່ວມກອງປະຊຸມສາກົນກ່ຽວກັບຊາວລີ້ໄພ ອາບການິດສະຖານ ແລະ ຢ້ຽມຊົມວິຫານ Kartarpur Sahib ຂອງ ສາສະໜາ Sikh.

ຕອບກັບ

ຂ່າວ/ບົດ​ອື່ນ