ສະຫະປະຊາຊາດກະຕຸກຊຸກຍູ້Libanສ້າງຕັ້ງລັດຖະບານໂດຍໄວ

ສະຫະປະຊາຊາດກະຕຸກຊຸກຍູ້Libanສ້າງຕັ້ງລັດຖະບານໂດຍໄວ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຄົນ​ໃໝ່​ຂອງ Liban Michel Aoun (ເບື້ອງ​ຊ້າຍ) ໃນ​ພິ​ທີ​ສາ​ບານ​ຕົວ​ເຂົ້າ​ດຳ​ລົງ​ຕຳ​ແໜ່ງ
(ພາບ: AP/TTXVN)

(vovworld) – ​ໃນ​ວັນ​ທີ 31/10, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Ban Ki moon ໄດ້​ຊ​ົມ​ເຊີຍ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຢູ່ Liban, ພ້ອມ​ທັງ​ກະ​ຕຸກ​ຊຸກ​ຍູ້​ຕ້ອງ​ສ້າງ​ຕັ້ງ​ລັດ​ຖະ​ບານ​ໃໝ່​ໂດຍ​ໄວ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Ban ki moon ໄດ້​ສະ​ແດງ​ “ຄວາມ​ຫວັງ​ວ່າ ບັນ​ດາ​ຝ່າຍ​ຢູ່ Liban ຈະ​ສືບ​ຕໍ່​ວຽກ​ງານ​ບົນ​ຈິດ​ໃຈ​ຄວາມ​ສາ​ມັກ​ຄີ ແລະ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ຊາດ”, ພ້ອ​ມ​ທັງ​ກະ​ຕຸກ​ຊຸກ​ຍູ້ “ບໍ່​ຄວນ​ໂຈະວິ​ວັດ​ທະ​ນາ​ການ​ສ້າງ​ຕັ້ງ​ລັດ​ຖະ​ບານ ແລະ ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ອັ​ນ​ໃຫຍ່ຫຼວງຊຶ່ງ​ປະ​ເທດນີ້​ພວມ​ຕ້ອງ​ປະ​ເຊີນ​ໜ້າ”.

        ວັນ​ທີ 31/10, ສະ​ພາ​ແຫ່ງ​ຊາດ Liban ໄດ້​ເລືອກ​ຕັ້ງ​ທ່ານ Michel Aoun, ອະ​ດິດ​ຜູ້​ບັນ​ຊາ​ການກອງ​ທັບ ເປັນ​ປະ​ທາ​ນາ​ທິ​ບໍ​ດີ, ​ພາຍຫຼັງ 29 ເດືອນ​ທີ່​ປະ​ເທດນີ້ບໍ່​ມີ​ປ​ະ​ທາ​ນາ​ທິ​ບໍ​ດີ. ຕາມ​ໝາກ​ຜົນ​ຂອງ​ການ​ນັບ​ບັດ​ແລ້ວ, ທ່ານ Aoun, ອາ​ຍຸ 81 ປີ, ໄດ້​ຮັ​ບ​ການ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິບໍ​ດີ ພາຍຫຼັງ​ຍາດ​ໄດ້​ການ​ສະ​ໜັບ​ສະ​ໜູນ​ຂອງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ 83 ທ່ານ, ສູງ​ກ່​ວາ​ຕົວ​ເລກ​ທີ່​ຕ້ອງ​ການ​ແມ່ນ 65 ບັດ, ໃນ​ສະ​ພ​າ​ແຫ່ງ​ຊາດ​ລວມ​ມີ​ສະ​ມາ​ຊິ​ກ 128 ທ່ານ. ພາຍຫຼັງ​ການ​ປ່ອນ​ບັດ, ທ່ານ Aoun ໄດ້​​ສາ​ບານ​ຕົວ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ໃນ​ທັນ​ທີ.


ຂ່າວ/ບົດ​ອື່ນ