ສະຫະປະຊາຊາດກ່າວເຕືອນກະແສຟອງນັກຮົບຊາວຕ່າງປະເທດເຂົ້າຮ່ວມ IS
ນັກຮົບຂອງລັດອິດສະລາມ IS ໂດຍຂະໜານນາມເອງ (ພາບ:AP)
|
(vovworld)- ບັນດາບຸກຄົນຫົວຮຸນແຮງທີ່ມາຈາກກວ່າ 80 ປະເທດ ພວມໄປຮອດອີຣັກ ແລະ ຊີຣີເພື່ອເຂົ້າຮ່ວມການສູ້ຮົບດ້ວຍຈຳນວນຫຼາຍທີ່ບໍ່ເຄີຍມີມາກ່ອນ. ນີ້ແມ່ນຄຳກ່າວເຕືອນ ຖືກຍົກອອກມາໃນເອກະສານທີ່ຫາກໍປະກາດຂອງສະພາຄວາມໝັ້ນຄົງ ສ.ປ.ຊ. ໜັງສືພິມ “ Guardian” ຂອງອັງກິດສະບັບອອກເມື່ອວັນທີ 31/10 ໄດ້ຄັດສະເໜີບົດລາຍງານດັ່ງກ່າວ ໃຫ້ຮູ້ວ່າ ນັກຮົບຊາວຕ່າງປະເທດປະມານ 15000 ຄົນໄດ້ມາເພື່ອສູ້ຮົບໃຫ້ໃນຖັນແຖວຂອງລັດອິດສະລາມ IS ໂດຍຂະໜານນາມເອງ. ສະພາຄວາມໝັ້ນຄົງ ສ.ປ.ຊ ໃຫ້ຮູ້ວ່າ ໄດ້ມີພະຍານຫຼັກຖານກຢັ້ງຢືນກ່ຽວກັບການຮ່ວມມືລະຫວ່າງພວກກໍ່ການຮ້າຍທີ່ມາຈາກຝະລັ່ງ, ລັດເຊຍ, ແລະ ອັງກິດ.