ສະຫະປະຊາຊາດຈັດຕັ້ງ ສະເຫຼີມສະຫຼອງວັນແມ່ ຍິງສາກົນ

ສະຫະປະຊາຊາດຈັດຕັ້ງ ສະເຫຼີມສະຫຼອງວັນແມ່ ຍິງສາກົນ - ảnh 1
ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Ban Ki Mun
(ພາບ: ອີນ​ເຕີ​ເນັດ)

(vovworld) - ​ເນື່ອງ​ໃນ​ໂອກາດ​​ແມ່ຍິງ​ສາກົນ 8/3, ວັນ​ທີ 7/3, ສະຫະ​ປະຊາ​ຊາດ​ຈັດ​ຕັ້ງ​ກອງປະຊຸມ ດ້ວຍ​ຫົວ​ຂໍ້​ວ່າ “ມອມສິດ​ໃຫ້​ແມ່ຍິງ​ຊົນນະບົດ - ລົບ​ລ້າງ​ຄວາມ​ອຶ​ດຫິວ​ຄວາມທຸກ​ຍາກ”, ​​ເຊິ່ງ​ຮຽກຮ້ອງ​ໃຫ້​ວົງ​ຄະນະ​ຍາດ​ສາກົນ ມອບ​ສິດ​ໃຫ້​ແກ່​ແມ່​ຍິງ​​ໃນ​ວິວັດ​ການ​ສ້າງສາ ​ແລະ ພັດທະນາ​ສັງຄົມຫຼາຍ​ກ່ວາ​ອີກ, ພິ​ເສດ​ແມ່ນ​ແມ່ຍິງ​ເຂດ​ຊົນນະບົດ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ Ban Ki Mun ​ໄດ້​ກະຕຸກຊຸກຍູ້​ວົງ​ຄະນະ​ຍາດ​ສາກົນ ຄວນ​ເພີ່ມ​ທະວີ​ຄວາມ​ມານະ​ພະຍາຍາມ​ໃນ​ການ​ໜູນ​ຊ່ວຍ​ແມ່ຍິງ ​ແລະ ​ເດັກສາວ​ທີ່​ດຳລົງ​ຊີວິດ ຢູ່​ເຂດ​ຊົນນະບົດ​ໃນ​ທົ່ວໂລກ. ທ່ານ​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ Ban Ki Mun ຖື​ວ່າ, ​ແມ່ຍິງ​ນັບ​ມື້​ນັບ​ໄດ້​ຮັບ​ສິດ​ຫຼາຍ​ກ່ວາ, ມີ​ຄວາມ​ສະ​ເໝີ​ພາບ​ກັບ​ແພດຊາຍ​ກ່ວາ, ​ເດັກສາວຫຼາຍ​ຄົນ​ໄດ້​ໄປ​ໂຮງ​ຮຽນ, ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ທາງ​ດ້ານ​ສຸຂະພາບ ​ແລະ ຈິດ​ໃຈ​​, ຈຳນວນ​ແມ່ຍິງ​ເຮັດ​ວຽກ​ໃນ​ລັດຖະບານ​ປະ​ເທດ​ຕ່າງໆ​ກໍ່ນັບ​ມື້​ນັບ​ຫຼາຍ​ຂຶ້ນ. ທ່ານ​ເລຂາທິການ​ໃຫຍ່ສະຫະ​ປະຊາ​ຊາດ ​ເນັ້ນ​ໜັກ​ວ່າ: “​ເນື່ອງ​ໃນ​ໂອກາດ​ວັນ​ແມ່ຍິງ​ສາກົນ, ຂ້າພະ​ເຈົ້າ​ກະຕຸກຊຸກຍູ້​ລັດຖະບານ​ປະ​ເທດ​ຕ່າງໆ, ບັນດາ​ອົງການ ​ແລະ ສ່ວນ​ບຸກຄົນ​ຈົ່ງ​ໝັ້ນ​ໝາຍ​ປະກອບສ່ວນ​ເຂົ້າ​ໃນ​ຄວາມ​ມານະ​ພະຍາຍາມ​​ຊຸກຍູ້​ສິດ​ອັນ​​ເປັນພື້ນຖານ​ຂອງ​ແມ່ຍິງ, ​ເພື່ອ​ສິດ​ຜົນ​ປະ​​ໂຫຍ​ດລວມຂອງ​ສັງຄົມ. ຄວາມ​​ເກັ່ງ​ກ້າສາມາດ ​ແລະ ກຳລັງ​ແຮງ​ຂອງ​ແມ່ຍິງ​ແມ່ນ​ຕົວ​ແທນໃຫ້​ແກ່​ບັນດາ​ແຫຼ່ງກຳລັງ​ທຳ​ມະ​ຊາດ ​ແລະ ມີ​ຄວາມສຳຄັນ”

 

ຂ່າວ/ບົດ​ອື່ນ