ສະຫະປະຊາຊາດຈ່າຍເງິນເກືອບ50ລ້ານUSDເພື່ອຮັບມືກັບໂລກລະບາດ Ebola
ຜູ້ຕາງໜ້າຂອງ UNMEER ທີ່ການປະຊຸມຂ່າວຢູ່ Liberia
(ພາບ: un.org)
(vovworld) - ວັນທີ 7/10 ຄະນະກຳມະການຮັບຜິດຊອບບັນດາບັນຫາບໍລິຫານ ແລະ ງົບປະມານຂອງສະຫະປະຊາຊາດ (ຄະນະກຳມະການ 5 )ໄດ້ຮັບຮອງເອົາມະຕິຈັດແບ່ງງົບປະມານເກືອບ 50 ລ້ານ USD ໃຫ້ຄະນະຜູ້ຕາງໜ້າຮັບມືຮີບດ່ວນ ກັບໂລກລະບາດ Ebola ຂອງສະຫະປະຊາຊາດ (UNMEER) ຫາກໍ່ໄດ້ຮັບການສ້າງຕັ້ງ ແລະ ຫ້ອງການທູດພິເສດ ກ່ຽວກັບ Ebola. ທ່ານປະທານກອງປະຊຸມໃຫຍ່ສະຫະປະຊາຊາດ Sam Kutesa ຖືວ່າ: ການສ້າງຕັ້ງ UNMEER ແມ່ນບາດກ້າວທຳອິດໃນຄວາມມານະພະຍາຍາມທົ່ວໂລກເພື່ອກວດກາການແຜ່ລາມຂອງໂລກລະບາດ Ebola. ທ່ານ Sam Kutesa ຊົມເຊີຍຄະນະກຳມະການ 5 ໄດ້ຮັບຮອງເອົາງົບປະມານໃຫ້ UNMEER ແລະ ສົ່ງເສີມຄະນະກຳມະການ 5 ຕ້ອງອີງໃສ່ກຳລັງໜູນນີ້ ເພື່ອເພີ່ມທະວີຄວາມໝັ້ນໃຈອັນໃຫຍ່ກ່ວາ ລະຫວ່າງບັນດາສະມາຊິກ.
ປະຈຸບັນ, ບັນດາຫົວໜ່ວຍຂອງ UNMEER ໄດ້ຜັນຂະຫຍາຍເຖິງສຳນັກງານໃຫຍ່ຂອງຄະນະຜູ້ຕາງໜ້າຢູ່ Accra, Ghana ແລະ ບັນດາຫ້ອງການຢູ່ Guinea, Liberia ແລະ Sierra Leone. ນອກຈາກແຫຼ່ງງົບປະມານໃຫ້ UNMEER , ຫ້ອງການປະສານງານບັນດາບັນຫາມະນຸດສະທຳສະຫະປະຊາຊາດ (UN OCHA) ຖືວ່າ: ພວກເຂົາເຈົ້າຕ້ອງປຸກລະດົມເງິນເກືອບ 1 ຕື້ USD ເພື່ອຮັບມື ກັບໂລກລະບາດ Ebola. ມາຮອດຈຸດເວລານີ້, ຈຳນວນເງິນປຸກລະດົມໄດ້ແມ່ນ 257 ລ້ານ USD, ຈຳນວນຄົນຕິດໄວລັດ Ebola ແມ່ນ 6.500 ຄົນ ແລະ ຈຳນວນຄົນທີ່ຖືກເສຍຊີວິດແມ່ນເກືອບ 3.300 ຄົນ ນັບແຕ່ເມື່ອໂລກລະບາດ Ebola ລະເບີດຂຶ້ນກັບແຕ່ເດືອນ 3 ຜ່ານມາ.