ສະຫະປະຊາຊາດມານະພະຍາຍາມຊຸກຍູ້ວິວັດການສ້າງສັນຕິພາບ ຢູ່ ເຢເມນ
(VOVWORLD) - ໃນເວລາມໍ່ໆມານີ້, ທ່ານ Martin Griffiths ໄດ້ມານະພະຍາຍາມຊຸກຍູ້ວິວັດການສ້າງສັນຕິພາບຢູ່ ເຢເມນ ຜ່ານບັນດາການເຄື່ອນໄຫວດ້ານການທູດລູກກະສວຍລະຫວ່າງກຳລັງພວກກະບົດ Houthi ຢູ່ ຊານາ.
ບັນດາມືປືນຂອງພວກກະບົດ Houthi (ພາບ: AFP/TTXVN) |
ວັນທີ 5 ພຶດສະພາ, ທ່ານ Martin Griffiths ທູດພິເສດຂອງສະຫະປາຊາຊາດ ກ່ຽວກັບ ເຢເມນ ໄດ້ໄປເຖິງ ນະຄອນຫຼວງ ຊານາ ປະເທດ ເຢເມນ ເພື່ອແນໃສ່ຊຸກຍູ້ພວກກະບົດ Houthi ຜັນຂະຫຍາຍຂໍ້ຕົກລົງສັນຕິພາບເຊິ່ງບັນລຸໄດ້ເມື່ອເດືອນທັນວາ ປີ 2018. ທ່ານ Martin Griffiths ຈະພົບປະກັບການນຳບັນດາກຳລັງດັ່ງກ່າວເພື່ອປຶກສາຫາລືກ່ຽວກັບວິວັດການສ້າງສັນຕິພາບ. ວົງການຫນັງສືພິມບໍ່ໄດ້ຮັບອະນຸຍາດພົບປະກັບທ່ານ Martin Griffiths.
ໃນເວລາມໍ່ໆມານີ້, ທ່ານ Martin Griffiths ໄດ້ມານະພະຍາຍາມຊຸກຍູ້ວິວັດການສ້າງສັນຕິພາບຢູ່ ເຢເມນ ຜ່ານບັນດາການເຄື່ອນໄຫວດ້ານການທູດລູກກະສວຍລະຫວ່າງກຳລັງພວກກະບົດ Houthi ຢູ່ ຊານາ ທີ່ໄດ້ຮັບການໜູນຫຼັງຈາກ ອີຣັກ ແລະ ລັດຖະບານ ເຢເມນ ພັດຖິ່ນ ຢູ່ ນະຄອນຫຼວງ ຣີຢາດ ຂອງ ສະຫະລັດ ອາຣັບເອັມມີເລດເພື່ອແນໃສ່ຢຸດຕິສົງຄາມພາຍໃນປະເທດທີ່ຖືກແກ່ຍາວມາເປັນເວລາ 4 ປີ.