ສະຫະປະຊາຊາດຢືນຢັນຍັງບໍ່ທັນມີຮອບການເຈລະຈາໃໝ່ຕື່ມອີກກ່ຽວກັບຊີຣີ
ທ່ານ Staffan de Mistura ທູດພິເສດຂອງສະຫະປະຊາຊາດ ກ່ຽວກັບຊີຣີ
(ພາບ: EPA/TTXVN)
(vovworld) - ໃນວັນທີ 26/5, ກ່າວຄວາມເຫັນ ໃນວາລະ ປະຊຸມ ຂອງສະພາຄວາມໝັ້ນຄົງ, ທ່ານ Staffan de Mistura ທູດພິເສດຂອງສະຫະປະຊາຊາດ ກ່ຽວກັບຊີຣີ ໃຫ້ຮູ້ວ່າ: ທ່ານບໍ່ມີແຜນຮຽກໂຮມ ການເຈລະຈາຮອບໃໝ່ ກ່ຽວກັບຊີຣີ ໃນ 2 ຫຼື 3 ອາທິດຈະມາເຖິງ. ທ່ານ Mistura ຖືວ່າ: ຕ້ອງມີຄວາມຄືບໜ້າຫຼາຍຢ່າງກວ່າອີກ ໃນການຄຳສັ່ງຢຸດຍິງ ແລະ ເຄື່ອນໄຫວມະນຸດສະທຳ ກ່ອນທີ່ຈະດຳເນີນການເຈລະຈາຮອບຕ່າງໆຄືນໃໝ່.
ໃນວັນທີ 27/5, ບັນດາການເຈລະຈາສັນຕິພາບ ຢູ່ Geneva, ສະວິດ ໂດຍສະຫະປະຊາຊາດ ເປັນຄົນກາງໄກ່ເກ່ຍ ລະຫວ່າງ ລັດຖະບານຊີຣີ ແລະ ບັນດາກຸ່ມກົງກັນຂ້າມ ໄດ້ສີ້ນສຸດລົງ ແຕ່ບໍ່ມີບາດກ້າວບຸກທະລຸໃດໆ. ຫາງສຽງຫວັງວ່າ ຈະມີການເຈລະຈາຮອບໃໝ່ຕື່ມອີກ ໃນທ້າຍເດືອນ 5, ເຖິງຢ່າງໃດກໍ່ຕາມ, ການປະທະກັນໄດ້ເປັນສິ່ງທີ່ກີດຂວາງຄວາມມານະພະຍາຍາມຂອງຝ່າຍຢູ່ຊີຣີ ໃນການເຂົ້າຮ່ວມການເຈລະຈາ.