ສະຫະປະຊາຊາດຮັບຮອງປາແລດສຕີນ ເປັນລັດສັງເກດການ ບໍ່ເປັນພາຄີ

ສະຫະປະຊາຊາດຮັບຮອງປາແລດສຕີນ ເປັນລັດສັງເກດການ ບໍ່ເປັນພາຄີ - ảnh 1
(ພາບປະກອບ)

(vovworld) -     ສະມັດ​ສາ​ໃຫຍ່​ສະຫະ​ປະຊາ​ຊາດ ​ໄດ້​ຮັບ​​ຮອງ​​ເອົາ​ເລື່ອງຮັບ​ຮູ້ ປາ​ແລດ​ສຕີນ ​ເປັນ​ລັດ​ສັງ​ເກດ​ການບໍ່​ເປັນ​ພາຄີໃນ​ການ​ປ່ອນ​ບັດ​ ເຊິ່ງດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 30/11. ກ່ຽວ​ກັບ​ຝ່າຍ​ ອິດສຣາ​ແອນ, ​ແທນ​ອາ​ວີ​ບ ​ໄດ້ກ່າວ​ເຕື່ອນ​ວ່າ ຂໍ້​ຕົກລົງ​ຂອງສະມັດ​ສາ​ໃຫຍ່​ສະຫະ​ປະຊາ​ຊາດ ພຽງ​ແຕ່​​ເຮັດ​ໃຫ້​ການ​ປະ​ທະ​ກັນ​​ລະຫວ່າງ​ອິດສຣາ​ແອນ ​ແລະ ປາ​ແລດ​ສຕິນ ຖືກ​ແກ່ຍາວ​ນັ້ນ. ອາ​ເມ​ລິ​ກາ ກໍ​ໄດ້​ຕິ​ຕຽນການ​ປ່ອນ​ບັດ​ດັ່ງກ່າວ. ທ່ານ​​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ​ ປະຈຳ​ສະຫະ​ປະຊາ​ຊາດ Susan Rice ​ໄດ້​ຖື​ວ່າ, ມະຕິ​ດັ່ງກ່າວ​ສາມາດ​ກີດຂວາງ​ເສັ້ນທາງ​ພາ​ໄປ​ເຖິງ​ສັນຕິພາບ​ຢູ່​ຕາ​ເວັນ​ອອກ​ກາງ. ​ໃນ​ຂະນະ​ນັ້ນ, ທ່ານ​ນາຍົກລັດຖະມົ​ນຕີ ອິດສຣາ​ແອນ Benjamin Netanyahu ​ໄດ້​ຖື​ບົດ​ກ່າວປ​າ​ໄສ​ຂອງ​ທ່ານ​ປະທານ​ນາ​ທິບໍດີ ປາ​ແລດ​ສຕິນ Mahmoud Abbas ກ່ອນ​ການ​ປ່ອນ​ບັດ​ແມ່ນ “​ເສຍກຽດ ​ແລະ ຕ້ານ​ອິດສຣາ​ແອນ”. ພາຍຫຼັງ​ການ​ປ່ອນ​ບັດ, ທ່ານ Netanyahu ​ຖື​ວ່າ ການ​ກະທຳ​ຂອງ​ສະຫະ​ປະຊາ​ຊາດ​ແມ່ນ​ລະ​ເມີດ​ບັນດາ​ຂໍ້​ຕົກລົງ​ລະຫວ່າງ​ອິດສຣາ​ແອນ ​ແລະ ປາ​ແລດ​ສຕິນ ​ແລະ ອິດສຣາ​ແອນ ຈະ​ມີ​ການ​ກະທຳ​ເພື່ອ​ໂຕະ​ຕອບ.

ຂ່າວ/ບົດ​ອື່ນ