ສະຫະປະຊາຊາດຮັບຮອງເອົາມະຕິຕິດຕາມກວດກາຄຳສັ່ງຢຸດຍິງຢູ່ Yemen

(VOVWORLD) -ວັນທີ 21 ທັນວາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ເຫັນດີຮັບຮອງເອົາມະຕິຜັນຂະຫຍາຍກຸ່ມປະຕິກິຍາໄວ ໄປເຖິງ Yemen ເພື່ອຕິດຕາມກວດກາຄຳສັ່ງຢຸດຍິງຢູ່ເຂດ Hodeidah.
ສະຫະປະຊາຊາດຮັບຮອງເອົາມະຕິຕິດຕາມກວດກາຄຳສັ່ງຢຸດຍິງຢູ່ Yemen - ảnh 1 (ພາບປະກອບ: AFP/TTXVN)

ກ່ອນໜ້ານັ້ນ, ອາເມລິກາ ແລະ ອັງກິດ ໄດ້ຖົກຖຽງກັນກ່ຽວກັບເນື້ອໃນຂອງຂໍ້ຕົກລົງດັ່ງກ່າວ. ຕາມມະຕິດັ່ງກ່າວແລ້ວ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ຈະຜັນຂະຫຍາຍກຸ່ນປະຕິກິລິຍາໄວ ໄປຕິດຕາມກວດກາຄຳສັ່ງຢຸດຍິງ ແລະ ໜູນຊ່ວຍບັນດາຝ່າຍຢູ່ Yemen ໃນເວລາ 30 ວັນທຳອິດພາຍຫຼັງການຢຸດຍິງ. ມະຕິກໍ່ຮຽກຮ້ອງວ່າ: ນັບແຕ່ນີ້ຮອດທ້າຍເດືອນ ທ່ານ Guterres ຕ້ອງຍົກອອກຂໍ້ສະເໜີກ່ຽວກັບການເຄື່ອນໄຫວຕິດຕາມກວດກາການຢຸດຍິງແບບຍືນຍົງ, ຜັນຂະຫຍາຍທະຫານກັບຄືນສູ່ບັນດາຝ່າຍ ແລະ ໜູນຊ່ວຍການຄຸ້ມຄອງການລາດຕະເວນຢູ່ບັນດາທ່າກ່ຳປັ່ນ Hodeidah, Salif ແລະ Ras Issa.

        ມະຕິກໍ່ຮຽກຮ້ອງລັດຖະບານ Yemen ແລະ ກຳລັງ Houthi ສ້າງເງື່ອນໄຂເພື່ອໃຫ້ເຄື່ອງຊ່ວຍເຫຼືອ ແລະ ການຄ້າ, ລວມທັງນ້ຳມັນອາຍແກັດ ສາມາດໄປເຖິງປະເທດນີ້ ກໍ່ຄືຮັບປະກັນໃຫ້ບັນດາທ່າກ່ຳປັ່ນຂອງ Yemen ເຄື່ອນໄຫວຢ່າງມີປະສິດທິຜົນ ແລະ ຍາວນານ.

ຕອບກັບ

ຂ່າວ/ບົດ​ອື່ນ