(vovworld) - ວັນທີ 10/04, ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງການເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດມາຣົກ Nasser Bourita, ຢູ່ Rabat, ທູດພິເສດຂອງເລຂາທິການໃຫຍ່ສະຫະປະຊາຊາດກ່ຽວກັບລີບີ ທ່ານ Martin Kobler ໄດ້ຮຽກຮ້ອງຊຸກຍູ້ການປະຕິບັດຂໍ້ຕົກລົງດ້ານການເມືອງ ເຊິ່ງບັນດາພັກຝ່າຍໄດ້ລົງນາມຢູ່ລີບີ ເມື່ອວັນທີ 17/12/2015 ຢ່າງເຂັ້ມງວດ. ທ່ານ Martin Kobler ຖະແຫຼງວ່າ, ຂໍ້ຕົກລົງດັ່ງກ່າວແມ່ນມີຄວາມສຳຄັນທີ່ສຸດ. ທ່ານ Martin Kobler ໃຫ້ຮູ້ວ່າ, ການເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດມາຣົກ ແມ່ນກາລະໂອກາດເພື່ອຢືນຢັນຄືນໃໝ່ຄວາມຈຳເປັນຕ້ອງສະໜັບສະໜູນວິວັດທະນາການດ້ານການເມືອງ ແລະ ສົມທົບກັບບັນດາຂໍ້ລິເລີ່ມກ່ຽວກັບລີບີ ແນໃສ່ພັດທະນາເສດຖະກິດສັງຄົມຢູ່ປະເທດພວມຮັບມືກັບສະພາບການທະຫານປີນຂັ້ນໄດ ແລະ ບັນດາບັນຫາຊົມໃຊ້ບັນດາການບໍລິການໂດຍພື້ນຖານເປັນຕົ້ນແມ່ນດ້ານສາທາລະນະສຸກ.