( vovworld ) – ເນື່ອງໃນໂອກາດວັນສັງຄົມຄອບຟີວເຕີ ແລະ ໂທລະຄົມໂລກ ຄືວັນທີ 17/5/2012, ສະຫະປະຊາຊາດຈະມອບລາງວັນໃຫ້ແກ່ແມ່ຍິງ 3 ຄົນທີ່ມີຄວາມມານະພະຍາຍາມ ໃນການຊຸກຍູ້ເຕັກໂນໂລຊີຄອມຟີວເຕີ ແລະ ໂທລະຄົມ ເປັນພາຫະນະເພື່ອມອບສິດກະທຳໃຫ້ແກ່ແມ່ຍິງ. ພິທີມອບລາງວັນຈະຖືກຈັດຂຶ້ນໃນວັນທີ 16/5 ຈະມາເຖິງຢູ່ເຊີແນວ ປະເທດສະວິດ. ສະຫະພັນໂທລະຄົມໂລກ ຂອງ ສະຫະປະຊາຊາດ ປະກາດວ່າ: ທ່ານນາງ Cristina Fernandez De Kirchner ປະທານາທິບໍດີ ອັກຊັງຕີນ; ທ່ານນາງ Sun Yafang ຜູ້ອຳນວຍການບໍລິສັດ Huawei ຂອງຈີນ ແລະ ທ່ານນາງ Geena Davis ນັກສິລະປິນໄດ້ຮັບລາງວັນ Oscar ຂອງອາເມລິກາ ຈະໄດ້ຮັບລາງວັນສັງຄົມຄອບຟີວເຕີ ແລະ ໂທລະຄົມໂລກ ຍ້ອນມີບັນດາການປະກອບສ່ວນສຳຄັນ ເຂົ້າໃນການປະຕິວັດ digital ຊື່ງພວມດຳເນີນໄປໃນຂົງເຂດເຕັກໂນໂລຊີຄອມຟີວເຕີ ແລະ ໂທລະຄົມ.