ສະຫະປະຊາຊາດເລີ່ມດຳເນີນການເຈລະຈາສົນທິສັນຍາກ່ຽວກັບຊີວະນາໆພັນ
(VOVWORLD) -ມີປະມານ 200 ປະເທດ ແລະ ເຂດແຄ້ວນຈະຮັບຮອງເອົາ CBD, ໃນນັ້ນມີຈຸດປະສົງປົກປັກຮັກສາສິ່ງແວດລ້ອມກ່ອນກາງສະຕະວັດນີ້ໃຫ້ຫຼຸດພົ້ນອອກຈາກການທຳລາຍທີ່ເກີດຈາກມະນຸດ
(ພາບປະກອບ: AFP/TTXVN)
|
ວັນທີ 14 ມີນາ, ສະຫະປະຊາຊາດ ໄດ້ເລີ່ມເຄື່ອນໄຫວບັນດາການປຶກສາຫາລືສົນທິສັນຍາກ່ຽວກັບຊີວະນາໆພັນ (CBD) ຢູ່ ເຊີແນວ, ປະເທດ ສະວິດ, ດ້ວຍຈຸດປະສົງບັນລຸໄດ້ຂໍ້ຕົກລົງທີ່ມີຂອບເຂດທົ່ວໂລກ ເພື່ອແນໃສ່ຍົກສູງເລື່ອງປົກປັກຮັກສາທຳມະຊາດ. ຄາດວ່າ, CBD ນີ້ຈະໄດ້ຮັບຮອງເອົາໃນທ້າຍປີ 2022. ມີປະມານ 200 ປະເທດ ແລະ ເຂດແຄ້ວນຈະຮັບຮອງເອົາ CBD, ໃນນັ້ນມີຈຸດປະສົງປົກປັກຮັກສາສິ່ງແວດລ້ອມກ່ອນກາງສະຕະວັດນີ້ໃຫ້ຫຼຸດພົ້ນອອກຈາກການທຳລາຍທີ່ເກີດຈາກມະນຸດ ຢ່າງໜ້ອຍສຸດ 30% ເນື້ອທີ່ດິນຕໍ່ແຜນ ແລະ ທະເລທີ່ໄດ້ຮັບການປົກປັກຮັກສາກ່ອນປີ 2030.
ບັນດາການປຶກສາຫາລືໂດຍສະຫະປະຊາຊາດອຸປະຖຳແກ່ຍາວແຕ່ວັນທີ 14 – 29 ມີນາ ໄດ້ສ້າງປະຖົມປັດໄຈໃຫ້ແກ່ກອງປະຊຸມຄັ້ງທີ 15 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາກ່ຽວກັບຊີວະນາໆພັນ (COP 15).