ສະ​ຫະ​ພັ​ນ ລັດ​ເຊຍ ແລະ ຫວຽດ​ນາມ​ ເຫັນ​ດີ​ເປັນ​ເອ​ກະ​ພາບ​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ

(VOVWORLD) -ພິທີຕ້ອນຮັບຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນ ຫວຽດນາມ ຢ່າງເປັນທາງການ ໄດ້ດຳເນີນຢ່າງສົມກຽດຢູ່ສຳນັກງານກະຊວງປ້ອງກັນປະເທດສະຫະພັນ ລັດເຊຍ.
ສະ​ຫະ​ພັ​ນ ລັດ​ເຊຍ ແລະ ຫວຽດ​ນາມ​ ເຫັນ​ດີ​ເປັນ​ເອ​ກະ​ພາບ​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ - ảnh 1ທ່ານພົນໂທ ຟານວັນຢາງ, ຫົວໜ້າເສນາທິການໃຫຍ່, ຮອງລັດຖະມົນຕີກະຊວງປ້ອງກັນປະເທດໄປຢ້ຽມຢາມສະຫະພັນລັດເຊຍຢ່າງເປັນທາງການ ແລະ ເຂົ້າຮ່ວມພິທີອັດງານແຂ່ງຂັນການທະຫານສາກົນໃນລະຫວ່າງວັນທີ 13 ສິງຫາ - 19 ສິງຫາ (ພາບ: TTXVN) 

        ໂດຍໄດ້ຮັບຄຳເຊີນຂອງທ່ານ ພົນເອກ Valery Gerasimov, ຫົວໜ້າເສນາທິການໃຫຍ່ບັນດາກຳລັງປະກອບອາວຸດ, ຮອງລັດຖະມົນຕີ ຜູ້ທີໜຶ່ງ ກະຊວງປ້ອງກັນປະເທດ ສະຫະພັນ ລັດເຊຍ, ຄະນະຜູ້ແທນການທະຫານຂັ້ນສູງຂອງກອງທັບປະຊາຊົນ ຫວຽດນາມ ໂດຍທ່ານພົນໂທ ຟານວັນຢາງ, ຫົວໜ້າເສນາທິການໃຫຍ່, ຮອງລັດຖະມົນຕີກະຊວງປ້ອງກັນປະເທດນຳໜ້າ, ໄປຢ້ຽມຢາມສະຫະພັນລັດເຊຍຢ່າງເປັນທາງການ ແລະ ເຂົ້າຮ່ວມພິທີອັດງານແຂ່ງຂັນການທະຫານສາກົນເຊິ່ງໄດ້ດຳເນີນໃນລະຫວ່າງວັນທີ 13 ສິງຫາ - 19 ສິງຫາ.

        ພິທີຕ້ອນຮັບຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນ ຫວຽດນາມ ຢ່າງເປັນທາງການ ໄດ້ດຳເນີນຢ່າງສົມກຽດຢູ່ສຳນັກງານກະຊວງປ້ອງກັນປະເທດສະຫະພັນ ລັດເຊຍ.

ພາຍຫຼັງພິທີຕ້ອນຮັບ, ທີ່ກອງປະຊຸມພົບປະເຈລະຈາ, ທ່ານ ພົນເອກ Valery Gerasimov ຢັ້ງຢືນວ່າ ຫວຽດນາມ ແມ່ນປະເທດເພື່ອນມິດທີ່ເປັນມູນເຊື້ອດ້ວຍການພົວພັນອັນດີງາມເຊິ່ງໄດ້ພິສູດຜ່ານການເວລາ. ລັດເຊຍ ໄດ້ຕີລາຄາສູງລັກສະນະຂະຫຍັນຂັນເຄື່ອນຂອງບັນດາການສົນທະນາລະດັບຍຸດທະສາດ ແລະ ຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງການນຳຂັ້ນສູງສອງປະເທດ.

ກ່ຽວກັບການພົວພັນຮ່ວມມືດ້ານປ້ອງກັນຊາດ, ທ່ານ ພົນເອກ Valery Gerasimov ໃຫ້ຮູ້ວ່າ ສະຫະພັນ ລັດເຊຍ ຕີລາຄາສູງຕໍ່ ໝາກຜົນຂອງການຮ່ວມມືເຫຼົ່າທັບທະຫານ, ເຕັກນິກການທະຫານ,  ລະບອບນິຕິກຳ, ການແພດທະຫານ, ການບຳລຸງສ້າງພ້ອມທັງຢັ້ງຢືນວ່າຈະສືບຕໍ່ສະຫງວນບັນດາທຶນການສຶກສາໃຫ້ແກ່ກະຊວງປ້ອງກັນປະເທດ ຫວຽດນາມ ໃນປີ 2019 -2020;

ທ່ານພົນໂທ ຟານວັນຢາງ ຢັ້ງຢືນວ່າ: ພັກ, ລັດ ແລະ ລັດຖະບານ ຫວຽດນາມ ຍາມໃດກໍ່ຖື ການປັບປຸງ, ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານກັບສະຫະພັນລັດເຊຍເປັນສຳຄັນ, ຖື ລັດເຊຍ ແມ່ນໜຶ່ງໃນບັນດາບຸລິມະສິດສຳຄັນແຖວໜ້າໃນນະໂຍບາຍການຕ່າງປະເທດ ຂອງ ຫວຽດນາມ.

ໃນໄລຍະຈະມາເຖິງ, ຫົວໜ້າເສນາທິການໃຫຍ່ສອງປະເທດໄດ້ເຫັນດີເປັນເອກະພາບກ່ຽວກັບແຜນນະໂຍບາຍ, ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດຕາມທິດຍາວນານ, ແທດຈິງ ແລະ ໄວ້ເນື້ອເຊື່ອໃຈ, ບົນພື້ນຖານບັນດາສົນທິສັນຍາ, ຂໍ້ຕົກລົງສາກົນສອງຝ່າຍ, ໃນນັ້ນສຸມໃສ່ປະຕິບັດແຜນການຮ່ວມມືພັດທະນາການພົວພັນຮ່ວມມືດ້ານປ້ອງກັນຊາດໄລຍະ 2018 – 2020 ທີ່ໄດ້ຮັບການລົງນາມແລ້ວ ຢ່າງມີປະສິດທິຜົນ, ໃນໄລຍະຈະມາເຖິງ 2 ຝ່າຍຈະສືບຕໍ່ຊຸກຍູ້ການລົງນາມໃນບັນດາເອກະສານເພີ່ມທະວີການຮ່ວມມື, ໃນນັ້ນມີຖະແຫຼງການວິໄສທັດຮ່ວມກ່ຽວກັບການພົວພັນຮ່ວມມືປ້ອງກັນຊາດໄລຍະ 2019 - 2023.

ຕອບກັບ

ຂ່າວ/ບົດ​ອື່ນ