ສະຫະພັນ ອາຣັບ ໄດ້ຍົກອອກຂໍ້ລິເລີ່ມໃໝ່ ເພື່ອໃຫ້ສະພາບການຢູ່ Xiry ມີສະຖຽນລະພາບ

ສະຫະພັນ ອາຣັບ ໄດ້ຍົກອອກຂໍ້ລິເລີ່ມໃໝ່ ເພື່ອໃຫ້ສະພາບການຢູ່ Xiry ມີສະຖຽນລະພາບ - ảnh 1
ທ່ານເລຂາທິການໃຫຍ່ສະຫະພັນ ອາຣັບ Nabil Al-Arabi
(vovworld) - ​ໃນ​ການ​ໂອ້​ລົມ​ທາງ​ໂທລະສັບ​ເມື່ອ​ວັນ​ທີ 9/2, ທ່ານ​ເລຂາທິການ​ໃຫຍ່ ສະຫະພັນ ອາຣັບ Nabil Al-Arabi ​ໄດ້​ສະ​ເໜີຕໍ່​ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki Mun ​ໃຫ້ການ​ຊ່ວຍ​ເຫຼືອ​ໃນ​ການ​ສ້າງ​ຕັ້ງ​ຄະນະ​​ຜູ້​ສັງ​ເກດ​ການ​ປະສົມ​ສະຫະ​ປະຊາ​ຊາດ, ສະຫະພັນ​ອາຣັບ ​ໄປ​ Xiry ​ໃນ​ສະພາບ​​ວິ​ກິດ​ການ​ການ​ເມືອງ​ຢູ່​ປະ​ເທດ​ນີ້​ພວມ​ມີ​ທ່າ​ອ່ຽງ​ຊົ່ວ​ຮ້າຍ​ລົງ. ທ່ານ​ເລຂາທິການ​ໃຫຍ່ Ban Ki Mun ຢືນຢັນ​ວ່າ: ສະຫະ​ປະຊາ​ຊາດ​ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ​ດ້ວຍ​ທຸກໆ​ມາດ​ຕະການ​​ເພື່ອ​ຮັກສາ​ສະຖຽນ​ລະ​ພາບ ​ແລະ ​ໃນ​ຊຸມ​ວັນຕໍ່​ໄປ, ສະຫະ​ປະຊາ​ຊາດ​ຈະມີ​ການ​ທາ​ບທາມກັບ ສະພາ​ຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ ​ກ່ອນ​ທີ່​ວາງແຜນ​ການ​ລະອຽດ.

ພ້ອມ​ກັນ​ນັ້ນ​, ລັດ​ເຊຍ​ໄດ້​ກຽມພ້ອມ​ໜູນ​ຊ່ວຍ ​ເພື່ອ​ຢຸດຕິ​ວິ​ກິດ​ການ​ຢູ່ Xiry ​ໂດຍ​ອີ່​ງ​ໃສ່​ຂໍ້​ລິ​ເລີ່​ມຂອງ​ສະຫະພັນ ອາຣັບ. ລັດ​ເຊຍ​ຮຽກຮ້ອງ​ບັນດາ​ກຳລັງ​ຝ່າຍ​ຄ້ານ​ຢູ່ Xyri ​ເຂົ້າ​ຮ່ວມ​ການ​​​ໂອ້​ລົມ​ສົນທະນາ, ຖື​ວ່າ​ນີ້​ແມ່ນ​ມາດ​ຕະການ​ເພື່ອ​ແກ້​ໄຂ​ວິ​ກິດ​ການ​ຢູ່ Xyri. ​ມົ​ດສະ​ກູ​ຖະ​ແຫຼ​ງວ່າ​ຈະ​ສືບ​ຕໍ່​ເປັນ​ຜູ້​​ໄກ່​ເກ່ຍໃນ​ວິ​ກິດ​ການ​ຢູ່ Xyri ​ແຕ່​ກໍ່ໄດ້​ກ່າວ​ເຕືອນ​ວ່າສະພາບນອງ​ເລືອດຢູ່​ປະ​ເທດ​ນີ້ ​ແມ່ນ ”ບໍ່​ສາມາດ​ຮັບ​ຮູ້​ໄດ້”.

ຂ່າວ/ບົດ​ອື່ນ