ສະຫະພາບອາຟຼິກາຢາກຫລຸດພົ້ນອອກຈາກສະພາບອີງໃສ່ນັກອຸປະຖຳ

ສະຫະພາບອາຟຼິກາຢາກຫລຸດພົ້ນອອກຈາກສະພາບອີງໃສ່ນັກອຸປະຖຳ - ảnh 1
ພາບ​ປະ​ກອບ:internet

(vovworld)-​ ສະ​ຫະ​ພາບ ອາ​ຟ​ຼ​ິ​ກາ (AU) ຫາ​ກໍ​ອອກ​ສຽງ​ຮຽກ​ຮ້ອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ຄວນ​ມີ​ບັນ​ດາ​ມາດ​ຕະ​ການ​ຢ່າງ​ຂ້ຽວ​ຂາດ​ເພື່ອ​ຫລຸດ​ພົ້ນ​ອອກ​ຈາກ ສະ​ພາບ​ອີງ​ໃສ່​ບັນ​ດາ​ນັກ​ທຸ​ປະ​ຖຳ​ ເພື່ອ​ມຸ້ງ​ໄປ​ເຖິງ​ຄວາມ​ໝັ້ນ​ຄົງ, ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ. ຄຳ​ຮຽກ​ຮ້ອງ​ດັ່ງ​ກ່າວ​ຖືກ​ຍົກ​ອອກ​ໃນ​ວັນ​ທີ 25/10 ຢູ່ Arusha Tandania ຊື່ງ​ແມ່​ນ​ສະ​ຖານ​ທີ່​ບັນ​ດາ​ທູດ​ພິ​ເສດ ແລະ​ນັກ​ເຈ​ລ​ະ​ຈາ​ເຂົ້າ​ຮ່ວມ​ການ​ພົບ​ປະ​ຂັ້ນ​ສູງ​ປະ​ຈຳ​ປີ​ຄັ້ງ​ທີ 5 ກ່ຽວ​ກັບ​ການ​ປັ​ປ​ບຸງ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ ແລະ ສະ​ຖຽນ​ລະ​ພາບ ຢູ່ ອາ​ຟ​ຼິ​ກາ. ທີ່​ການ​ພົບ​ປະ​ຂັ້ນ​ສູງ​ດັ່ງ​ກ່າວ, ຜູ້​ຕາງ​ຫນ້າ​ບັນ​ດາ​ປະ​ເທດ ອາ​ຟ​ຼິ​ກາ ຖື​ວ່າ: ອາ​ຟ​ຼິ​ກາ ໄດ້​ອີງ​ໃສ່​ການ​ຊ່ວຍ​ເຫລືອ​ຫລາຍ​ເກີນ​ຈາກ ສ​ປ​ຊ ກໍ​ຄື​ບັນ​ດາ​ປະ​ເທດ ແລະ ພາກ​ພື້ນ​ອື່ນ​ໃນ​ໂລກໃນ​ການ​ຮັບ​ປະ​ກັນ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ, ສະ​ນັ້ນ ເຖິງ​ເວ​ລາ​ແລ້ວ ຕ້ອງ​ມີ​ຍຸດ​ທະ​ສາດ​ດີ​ກວ່າ​ເພື່ອ​ຢຸດ​ຕິ​ການ​ອີງ​ໃສ່​ດັ່ງ​ກ່າວ.

 

ຂ່າວ/ບົດ​ອື່ນ