ສະເຫຼືມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງສະຫະພາບ ອາຟຣິກາ
(ພາບ: TTXVN)
(vovworld) – ວັນທີ 25/5, ຢູ່ນະຄອນຫຼວງ Addis Ababa, Ethiopia, ໄດ້ດຳເນີນພິທີສະເຫຼືມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງສະຫະພາບ ອາຟຣິກາ (AU) . ກ່າວປາໄສໄຂພິທີ, ທ່ານນາຍົກລັດຖະມົນຕີ Ethiopia, ທັງເປັນປະທານ AU Hailemariam Dasalegn ເນັ້ນໜັກວ່າ: ພິທີສະເຫຼີມສະຫຼອງມີຄວາມໝາຍພິເສດ, ແມ່ນຂີດໝາຍສຳຄັນໃນປະຫວັດສາດຂອງອົງການຕາງໜ້າໃຫ້ທະວີບ… ພວກເຮົາຄວນຮັບຮູ້ເພື່ອຖອດຖອນບົດຮຽນຈາກບັນດາຜົນງານເຊິ່ງພວກເຮົາບັນລຸໄດ້, ກໍ່ຄືບັນດາການທ້າທາຍເຊິ່ງພວກເຮົາຈະຕ້ອງຮັບມື ຈາກນັ້ນຈະວາງເສັ້ນທາງກ້າວຂຶ້ນ. ຈາກຄວາມຈິງນີ້, ຄຳຂວັນ ”ລັດທິທົ່ວອາຟຣິກາ ແລະ ພັດທະນາອາຟຣິກາ”ໄດ້ຮັບການເລືອກເຟັ້ນ. ບົນຈິດໃຈນັ້ນ, ບັນດາການນຳອາຟຣິກາ ແລະ ບັນດາອົງການຈັດຕັ້ງສາກົນ ໄດ້ສຸມໃສ່ປຶກສາຫາລື ກ່ຽວກັບເສັ້ນທາງໃນຕໍ່ໜ້າຂອງອາຟຣິກາ, ດ້ວຍຈຸດໝາຍ ”ເພື່ອອາຟຣິກາບໍ່ມີໄພອຶດຫີວ, ທຸກຍາກ ແລະ ການປະທະກັນ, ໃນນັ້ນທຸກຄົນລ້ວນແຕ່ມີລາຍຮັບປານກາງ”. ກ່າວຄວາມເຫັນທີ່ພິທີ, ທ່ານປະທານຄະນະກຳມະການ AU Nkoazana Dlamini Zuma ໄດ້ຮຽກຮ້ອງບັນດາປະເທດສະມາຊິກ ວາງຍຸດທະສາດພັດທະນາໄລຍະຍາວໃຫ້ແກ່ທະວີບ, ໃນນັ້ນສ້າງບັນດາເຂດການຄ້າເສລີ ແລະ ມຸ່ງໄປສູ່ຕະຫຼາດລວມອາຟຣິກາໂດຍໄວ, ເພີ່ມທະວີກຳລັງແຮງ 5 ພາກພື້ນຂອງທະວີບ ຜ່ານການກໍ່ສ້າງບັນດາກຸ່ມພັນທະມິດ, ພ້ອມທັງສ້າງເງື່ອນໄຂສະດວກໃຫ້ແກ່ການໄປມາຢ່າງເສລີຂອງປະຊາຊົນ.