ສະຫະພາບເອີຣົບ ແລະ ຝະລັ່ງ ໜູນຊ່ວຍ ຫວຽດນາມ ຕ້ານການປ່ຽນແປງຂອງດິນຟ້າອາກາດ
(VOVWORLD) - ວັນທີ 27 ພຶດສະພາ, ໂຄງການ “ປັບປຸງພື້ນຖານໂຄງລ່າງຕົວເມືອງ ເພິ່ມຄວາມສາມາດຕ້ານທານ, ຟື້ນຟູຕໍ່ດິນຟ້າອາກາດຢູ່ 4 ແຂວງຕອນເໜືອພາກກາງຂອງ ຫວຽດນາມ” (ເອີ້ນຫຍໍ້ວ່າ ໂຄງການ 4 ແຂວງ ຕອນເໜືອພາກກາງ” ເລີ່ມເຄື່ອນໄຫວຢ່າງເປັນທາງການ.
ພິທີເລີ່ມເຄື່ອນໄຫວໂຄງການ “ປັບປຸງພື້ນຖານໂຄງລ່າງຕົວເມືອງ ເພິ່ມຄວາມສາມາດຕ້ານທານ, ຟື້ນຟູຕໍ່ດິນຟ້າອາກາດຢູ່ 4 ແຂວງຕອນເໜືອພາກກາງຂອງ ຫວຽດນາມ” (ພາບ: TTXVN) |
ຈຸດປະສົງຂອງໂຄງການແມ່ນຫຼຸດຜ່ອນລະດັບຄວາມເສຍຫາຍຂອງ 5 ຕົວເມືອງຢູ່ໃນເຂດ ຕໍ່ຜົນກະທົບຈາກໄພທຳມະຊາດ, ລວມມີ ເທດສະບານ ຟາດຢ້ຽມ ແຂວງ ນິງບິ່ງ, ເທດສະບານ ງອກລັກ ແຂວງ ແທງຮວ໊າ, ເທດສະບານຮວ່າງມາຍແຂວງ ເງະອານ, ເທດສະບານເຮືອງເຄ ແລະ ແທກຮ່າແຂວງ ຮ່າຕິງ.
ໂຄງການດັ່ງກ່າວແມ່ນ ສະຫະພາບເອີຣົບ (ອີຢູ) ຊ່ວຍເຫຼືອລ້າດ້ວຍມູນຄ່າ 5 ລ້ານ ເອີໂຣ ແລະ ບ້ວງສິນເຊື່ອ ODA ດ້ວຍມູນຄ່າ 123 ລ້ານ ເອິໂຣ ຂອງອົງການພັດທະນາ ຝລັ່ງ (AFD), ແລະ ລັດຖະບານ ຫວຽດນາມ ປະກອບສ່ວນ 28 ລ້ານ ເອີໂຣ. ຜ່ານໂຄງການດັ່ງກ່າວ, ບັນດາຕົວເມືອງຈະເພີ່ມທະວີຄວາມສາມາດຮັບມື, ແກ້ໄຂຕໍ່ຜົນຮ້າຍຂອງໄພທຳມະຊາດ ແລະ ຕໍ່ຜົນກະທົບທີ່ນັບມື້ນັບເພີ່ມຂຶ້ນຂອງການປ່ຽນແປງດິນຟ້າອາກາດ.