ສະຫະພາບເອີລົບ ໄດ້ກໍ່ຄວາມດັ່ນຕໍ່ ປະທານາທິບໍດີອູແກຼມ
(ພາບປະກອບ: Reuters)
(vovworld) - ວັນທີ 07/12, ສະຫະພາບເອີລົບ (EU) ສືບຕໍ່ກໍ່ຄວາມກັດຕໍ່ອຳນາດການປົກຄອງຂອງທ່ານປະທານາທິບໍດີ ອູແກຼມ Viktar Yanukovych ເມື່ອຖະແຫຼງວ່າ EU ສາມາດຫ້າມເຈົ້າໜ້າທີ່ຈຳນວນໜຶ່ງຂອງອູແກຼມ ເຂົ້າເມືອງ. ທ່ານປະທານກຳມາທິການການຕ່າງປະເທດລັດຖະສະພາເອີລົບ Elmar Brok ໄດ້ຖະແຫຼງວ່າ ຖ້າຫາກທ່ານປະທານາທິບໍດີ Viktar Yanukovych ບໍ່ລົງໂທດບັນດາຜູ້ທີ່ໃຊ້ຄວາມຮຸນແຮງເພື່ອປາບປາມນັກສຶກສາຢູ່ສະໜາມຫຼວງເອກະລາດຢູ່ Kiev ໃນວັນທີ 30/11, EU ຈະຫ້າມເຈົ້າໜ້າທີ່ບາງທ່ານຂອງອູແກຼມ ເຂົ້າເມືອງ. ຕາມທ່ານ Bork ແລ້ວ, Kiev ຕ້ອງນຳໃຊ້ບັນດາມາດຕະການລົງໂທດສຳລັບຜູ້ຮັບຜິດຊອບຕໍ່ການກະທຳດັ່ງກ່າວ. ປະຕິກິລິຍາຕໍ່ຖະແຫຼງການດັ່ງກ່າວ, ບັນດາສະມາຊິກສະພາຂອງພັກກຳອຳນາດ ແລະ ພັກກອມມູນິດອູແກຼມ ຖືນີ້ວ່າ ແມ່ນການເຄື່ອນໄຫວແຊກແຊງເຂົ້າວຽກງານພາຍໃນຂອງອູແກຼມ.