ສະຫະພາບເອີລົບ-ຫວຽດນາມມຸ່ງໄປສູ່ການພົວພັນທີ່ແຂງແຮງກວ່າ
ເອກອັກຄະລັດຖະທູດຄົນໃໝ່, ຫົວໜ້າຄະນະຜູ້ແທນ ສະຫະພາບເອີລົບປະຈຳຫວຽດນາມ ທ່ານ Bruno Angelet |
(vovworld)- ສະຫະພາບເອີລົບ-ຫວຽດນາມມຸ່ງໄປສູ່ການພົວພັນທີ່ແຂງແຮງກວ່າ . ນັ້ນແມ່ນຫົວຂໍ້ຂອງການພົບປະລະຫວ່າງເອກອັກຄະລັດຖະທູດຄົນໃໝ່, ຫົວໜ້າຄະນະຜູ້ແທນ ສະຫະພາບເອີລົບປະຈຳຫວຽດນາມ ທ່ານ Bruno Angelet ກັບບັນດາສຳນັກງານສື່ມວນຊົນ ເມື່ອຕອນເຊົ້າວັນທີ 28/10 ຢູ່ຮ່າໂນ້ຍ. ຫົວໜ້າຄະນະຜູ້ແທນ ສະຫະພາບເອີລົບປະຈຳຫວຽດນາມ ທ່ານ Bruno Angelet ໃຫ້ຮູ້ວ່າ ໜ້າທີ່ຕົ້ນຕໍໃນອາຍຸການປະຕິບັດງານຂອງທ່ານຢູ່ຫວຽດນາມ ແມ່ນສົ່ງເສີມການລົງທຶນ, ການຄ້າຂອງບັນດາປະເທດ ສະຫະພາບເອີລົບເຂົ້າ ຫວຽດນາມຢ່າງແຂງແຮງກວ່າ, ພັດທະນາການຮ່ວມມືໃນຂົງເຂດພະລັງງານຢ່າງໝັ້ນຄົງ ແລະ ສ້າງຊົນນະບົດເປັນທັນສະໄໝ, ຜ່ານນັ້ນ ກໍຍົກການພົວພັນຫວຽດນາມ- ສະຫະພາບເອີລົບຂຶ້ນສູ່ລະດັບສູງໃໝ່. ເອກອັກຄະລັດຖະທູດຄົນໃໝ່, ຫົວໜ້າຄະນະຜູ້ແທນ ສະຫະພາບເອີລົບປະຈຳຫວຽດນາມ ທ່ານ Bruno Angelet ເນັ້ນໜັກວ່າ :
“ ອາດເວົ້າໄດ້ວ່າ ສະຫະພາບເອີລົບ ແມ່ນຄູ່ຮ່ວມມືທີ່ດີທີ່ສຸດຂອງຫວຽດນາມ ເພາະພວກເຮົາໄດ້ມີວສາຍພົວພັນທາງການທູດເປັນເວລາ 20 ກວ່າປີ. ປະຈຸບັນ, ສາຍພົວພັນນີ້ໄດ້ເປີດກ້ວາງສູ່ຫຼາຍຂົງເຂດອື່ນໆເຊັ່ນ: ການເມືືອງ, ການຄ້າ. 2 ຝ່າຍໄດ້ເຊັນສັນຍາ PCA ແລະ ມີຫຼາຍແຜນງານຄູ່ຮ່ວມມືຍຸດທະສາດອື່ນໆລະຫວ່າງ 2 ຝ່າຍ. ນີ້ແມ່ນພື້ນຖານເພື່ອສ້າງການພົວພັນຮ່ວມມືຮອບດ້ານໃໝ່ ”