ສະເຫຼີມສະຫຼອງ 115 ປີແຫ່ງວັງສ້າງຕັ້ງ ຕົວເມືອງ ວິ້ງອຽນ

ສະເຫຼີມສະຫຼອງ 115 ປີແຫ່ງວັງສ້າງຕັ້ງ ຕົວເມືອງ ວິ້ງອຽນ - ảnh 1
ສະເຫຼີມສະຫຼອງ 115 ປີແຫ່ງວັງ​ສ້າງ​ຕັ້ງຕົວເມືອງ ວິ້ງອຽນ
(ພາບ: vinhphuc.gov.vn)


(vovworld) – ​ຕອນຄໍ່າວັນທີ 28/12, ຢູ່ນະຄອນວິ້ງອຽນ, ແຂວງ ວິ້ງຟຸກ, ໄດ້ຈັດພິທີປະກາດຂໍ້ຕົກລົງຢັ້ງຢືນ​ເຂດ​ຕົວ​ເມືອງ​ປະ​ເພດທີ 2 ​ແລະ ສະ​ເຫຼີ​ມສະຫຼອງ 115 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ຕົວ​ເມືອງ​ວິ້ງ​ອຽນ (29/12/1899 – 29/12/2014).

        ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົ​ນຕີ ຫງວຽນ​ຊວນຟຸກ ປາດ​ຖະໜາ​ວ່າ, ​ແຂວງ​ວິ້ງ​ອຽນ ສືບ​ຕໍ່​ຍູ້​ແຮງ​ບັນດາ​ໂຄງການ​ພັດທະນາ​ເສດຖະກິດ, ສັງຄົມ, ສ້າງ​ທ້ອງ​ຖິ່ນ​ໃຫ້​ເຮັ່ງ​ມີ​ເຂັ້ມ​ແຂງ.

        ກ່ອນ​ໜ້າ​ນັ້ນ, ຕອນ​ບ່າຍ​ວັນ​ທີ 28/12, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ, ທ່ານ ​ໂງ​ວັນ​ຢຸ, ຫົວ​ໜ້າ​ຄະນະ​ກວດກາ​ສູນ​ກາງ, ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ວິ້ງ​ຟຸກ.  ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຜົນງານ​​ໃນ​ການພັດທະນາ​ເສດຖະກິດ, ສັງຄົມ​ຂອງ​ແຂວງ​ວິ້ງ​ຟຸກ ​ໃນ​ຊຸມ​ປີຜ່ານມາ, ພິ​ເສດພົ້ນ​ເດັ່ນຂຶ້ນ​​ແມ່ນ​ໝາກຜົນ​ລາຍ​ຮັບ​ງົບປະມານ, ດຶງ​ດູດ​ການ​ລົງທຶນ​ຂອງ​​ແຂວງ ກໍ່​ຄື​ວຽກ​ງານ​ກໍ່ສ້າງ​ພັກ, ລະບົບ​ການ​ເມືອງ​ໃນ​ປີ 2014.

ຂ່າວ/ບົດ​ອື່ນ