ສະເຫຼີມສະຫຼອງ 242 ປີແຫ່ງວັນຊາດສະຫະລັດອາເມລິກາ

(VOVWORLD) -ຕອນຄ່ຳວັນທີ 21 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳຫວຽດນາມ Daniel Kritenbrink ໄດ້ເປັນປະທານຈັດພິທີສະເຫຼີມສະຫຼອງ 242 ປີແຫ່ງວັນຊາດສະຫະລັດອາເມລິກາ.

ສະເຫຼີມສະຫຼອງ 242 ປີແຫ່ງວັນຊາດສະຫະລັດອາເມລິກາ - ảnh 1ພິທີສະເຫຼີມສະຫຼອງ 242 ປີແຫ່ງວັນຊາດສະຫະລັດອາເມລິກາ

(ພາບ: hanoitv.vn)

ເຂົ້າຮ່ວມພິທີມີທ່ານນາງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນທິກິມຕ໋ຽນ, ພ້ອມກັບການນຳກະຊວງ, ຄະນະ, ຂະແໜງການ, ທ້ອງຖິ່ນຕ່າງໆຂອງຫວຽດນາມ.

      ໂດຍຕາງໜ້າລັດຖະບານຫວຽດນາມ, ທ່ານນາງລັດຖະມົນຕີ ຫງວຽນທິກິມຕ໋ຽນ ໄດ້ອວຍພອນການນຳ ແລະ ປະຊາຊົນອາເມລິກາ ເນື່ອງໃນໂອກາດວັນບຸນສຳຄັນນີ້, ສະແດງຄວາມປະຕິຊົມຊື່ນເມື່ອເຫັນວ່າ ການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ອາເມລິກາ ສືບຕໍ່ໄດ້ຮັບການພັດທະນາຢ່າງແທດຈິງ, ມີປະສິດທິຜົນໃນທັງ 3 ຂົງເຂດ 2 ຝ່າຍ, ພາກພື້ນ ແລະ ສາກົນ.

      ທ່ານນາງລັດຖະມົນຕີ ຫງວຽນທິກິມຕ໋ຽນ ເນັ້ນໜັກວ່າ, ໃນໄລຍະຈະມາເຖິງ, ລັດຖະບານ ແລະ ປະຊາຊົນຫວຽດນາມ ສືບຕໍ່ຖືເປັນສຳຄັນເລື່ອງພັດທະນາການພົວພັນຄູ່ຮ່ວມມືຮອບດ້ານກັບອາເມລິກາ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນມະຫາສະມຸດອິນເດຍ - ອາຊີ - ປາຊີຟິກ.

ຕອບກັບ

ຂ່າວ/ບົດ​ອື່ນ