ສະເຫຼີມສະຫຼອງ 40 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ໂຮນລັງ

ສະເຫຼີມສະຫຼອງ 40 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ໂຮນລັງ - ảnh 1
ສະເຫຼີມສະຫຼອງ 40 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ໂຮນລັງ
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) – ກອງ​ປະຊຸມ​ໃຫຍ່​ສ້າງ​ຕັ້ງ​ສະມາຄົມ​ມິດຕະພາບ ​ແລະ ຮ່ວມ​ມື ຫວຽດນາມ - ​ໂຮ​ນລັງ ອາຍຸ​ການ 2013 – 2018 ​ແລະ ພິທີ​ສະ​ເໜີ​ຕົວ​ສັນຍາ​ລັກສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດລະຫວ່າງ ຫວຽດນາມ - ​ໂຮ​ນລັງ, ​ໂດຍ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ສົມທົບ​ກັບ​ສະຖານທູດ​ລາຊະ​ອານາຈັກ ​​ໂຮ​ນລັງ ປະຈຳ ຫວຽດນາມ ຈັດ​ຕັ້ງ​ຂຶ້ນ​​ເມື່ອ​ວັນ​ທີ 29/1 ຢູ່ ຮ່າ​ໂນ້ຍ. ນີ​ແມ່ນ​ບັນດາ​ເຫດການ​ນອນ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ຫວຽດນາມ - ​ໂຮ​ນລັງ (1973 – 2013). ພາຍຫຼັງ​​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ, ສະມາຄົມ​ມິດຕະພາບ ​ແລະ ຮ່ວມ​ມື ຫວຽດນາມ - ​ໂຮ​ນລັງ ຈະ​ກາຍ​ເປັນ​ອົງການ​ສະມາຊິກ​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ດ້ວຍທິດ​ນຳ, ຈຸດປະສົງ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ນ້ຳ​ໃຈສາມັກຄີ​ມິດຕະພາບ ​ແລະ ການ​ພົວພັນ​ຮ່ວມ​ມື​ລະ​ຫວ່າງ​ປະຊາຊົນ 2 ປະ​ເທ​ດ ຫວຽດນາມ - ​ໂຮ​ນລັງ. ​ປະທານ​ສະມາຄົມມິດຕະພາບ ​ແລະ ຮ່ວມ​ມື ຫວຽດນາມ - ​ໂຮ​ນລັງ ຄົນ​ໃໝ່, ທ່ານ ດ່າວຊວນ​ຮອກ ​ໄດ້​ຍົກ​ອອກ​ບັນດາ​ການ​ເຄື່ອນ​ໄຫວ​ທີ່ຄາດວ່າ​ຈະ​ປະຕິບັດ​ຄະ​ເນ​ໃນ​ອາຍຸ​ການ 2013 – 2018 ວ່າ:

“ນາຍົກລັດຖະມົນຕີ ຫວຽດນາມ ​ແລະ ​ໂຮ​ນລັງ ​ໄດ້​ເຊັນ​ເອກະສານ​ຮ່ວມ​ມື, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ຄຸ້ມ​ຄອງ​ແຫຼ່ງນ້ຳ. ປະຈຸ​ບັນ, ​ໂຮ​ນລັງ​ພວມ​ຊ່ວຍ​ເຫຼືອ ຫວຽດນາມ​ໃນ​ຫຼາຍ​ໂຄງການ, ​ໃນ​ນັ້ນ​ມີ​ໂຄງການ​ສຳຄັນ​ອັນ​ໜຶ່ງ ​ແມ່ນ ສ້າງ​ແຜນ​ຮ່າງ​ພັດທະນາ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້ ຫວຽດນາມ​ໃນ​ເງື່ອນ​ໄຂ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ນ້ຳ​ທະ​ເລ​ຂຶ້ນ​ສູງ ດ້ວຍ​ວິ​ໄສ​ທັດ​ຍາວ​ນານ. ວຽກ​ງານ​ສຳຄັນ​ຮຽກຮ້ອງ​ຕ້ອງມີ​ການ​ສົມທົບ​ທີ່​ດີລະຫວ່າງ​ຊ່ຽວຊານ ​ໂຮ​ນລັງ ​ແລະ ຫວຽດນາມ. ສະມາຄົມ​ຈະ​ສົມທົບ​ກັບ​ບັນດາ​ຊ່ຽວຊານ ​ໂຮ​ນລັງ ​ເພື່ອ​ມີ​​ແຜນການ​ທີ່​ດີ, ຍື່ນ​ສະ​ເໜີ​ຕໍ​ລັດຖະບານ ກໍ່​ຄື​ລາຍ​ງານ​ຕໍ່​ສະພາ​ແຫ່ງ​ຊາດ. ນອກຈາກ​ນັ້ນ, ​ໂຮ​ນລັງ​ພວມ​ຊ່ວຍ​ເຫຼືອ ຫວຽດນາມ ​ໃນ​ບັນດາ​ໂຄງການ​ບຳລຸງ​ສ້າງ​​ເໜືອມະຫາວິທະຍາ​ໄລ. ດັ່ງ​ນັ້ນ, ສະມາຄົມ​ຈະ​ສົມທົບ​ກັບ​ບັນດາ​ຊ່ຽວຊານ​ໃນ​ຂົງ​ເຂດ​ບຳລຸງ​ສ້າງ​ເພື່ອ​ມີ​ໂຄງການ​ເໝາະ​ສົມ​ຕໍ່​ມະຫາວິທະຍາ​ໄລ​ແຫ່ງ​ຕ່າງໆ​ຂອງ ຫວຽດນາມ. ​”

ຂ່າວ/ບົດ​ອື່ນ