ສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຫວຽດນາມ - ອັງກິດ

ສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຫວຽດນາມ - ອັງກິດ - ảnh 1
ທ່ານ Douglas Barnes, ຫົວໜ້າກົມ​ສູນໃຫຍ່
​​​ແຫ່ງລາຊະ​ອານາຈັກ​ອັງກິດ ປະຈຳ​ນະຄອນ​ໂຮ່ຈິ​ມິນ
(ພາບ: vietnamplus.vn)


(vovworld) - ຕອນ​ເຊົ້າ​ວັນ​ທີ 10 ກັນຍາ, ຢູ່​ນະຄອນ​ໂຮ່ຈິ​ມິນ, ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໄດ້​ຈັດ​ພິທີສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ - ລາ​ຊະ​ອານາຈັກອັງກິດ (11 ກັນຍາ 1973 – 11 ກັນຍາ 2013)​ ຢ່າງ​ສົມ​ກຽດ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິ​ນ ​ເລ​ຮ່ວາງ​ກວນ ຢືນຢັນ​ວ່າ, ​​ໃນ​ຕະຫຼວດ 40 ປີ​ຜ່ານ​ມາ, ການ​ພົວພັນ​ລະຫວ່າງ​ຫວຽດນາມ ​- ອັງກິດ ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ນັບ​ມື້​ນັບ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ແຮງ ​ແລະ ​ເຂົ້າ​ສູ່​ລວງ​ເລິກ​ໃນຫຼາຍ​ຂົງ​ເຂດ. ປະຈຸ​ບັນ, ບັນດ​ານັກ​ລົງທຶນ​ອັງກິດ ​ໄດ້​ມີໜ້າ​ຢູ່ 17 ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ, ຢືນ​ອັນ​ດັບ​ທີ 4 ​ໃນ​ບັນດາ​ປະ​ເທດ​​ສະຫະພາບ​ເອີ​ລົບ ທີ່​ລົງທຶນ​ເຂົ້າ​ຫວຽດນາມ ດ້ວຍ 163 ​ໂຄງການ ​ແລະ ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ບັນລຸ​ເກືອບ 2,7 ຕື້ USD. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ Douglas Barnes, ຫົວໜ້າກົມ​ສູນໃຫຍ່​​​ແຫ່ງລາຊະ​ອານາຈັກ​ອັງກິດ ປະຈຳ​ນະຄອນ​ໂຮ່ຈິ​ມິນ, ຢືນຢັນ​ວ່າ.

        “​ເຫດການ​ນີ້​ໄດ້​ພິສູດ​ໃຫ້​ເຫັນການ​ພົວພັນ​ພິ​ເສດ​ເຊິ່ງອັງກິດ ພວມ ​ແລະ ​ໄດ້​ມີ​ຢູ່​ແລ້ວ​ກັບ​ຫວຽດນາມ, ພິ​ເສດ​ແມ່ນ​ກັບນະຄອນ​ໂຮ່ຈິ​ມິນ. ​ໃນ 40 ປີຜ່ານມາ, ທັງ 2 ປະ​ເທດ​ລ້ວນ​ແຕ່ມີ​ການ​ປ່ຽນ​ແປງພໍສົມຄວນ, ແຕ່ການ​ພົວພັນ​ລະຫວ່າງ 2 ປະ​​ເທດ​ຍັງ​ຄົງໄດ້​ຮັບ​ການ​ປັບປຸງ​ຢ່າງ​ໝັ້ນຄົງ. ປະ​ເທດ​ອັງກິດ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ໜູນ​ຊ່ວຍ​ຫວຽດນາມ ພັດທະນາ​ພື້ນຖານ​ເສດຖະກິດ​ຂອງ​ຕົນ​ຫຼາຍ​ກວ່າ​ອີກ, ພິ​ເສດ​​ແມ່ນຜ່ານ​ການ​ພັດທະນາ​ຢ່າງ​ໝັ້ນຄົງ ​ແລະ ການ​ຜະລິດ​ຢ່າງ​ມີ​ປະສິດທິ​ຜົນ.”

ຂ່າວ/ບົດ​ອື່ນ