ສະເຫຼີມສະຫຼອງ 42 ປີແຫ່ງວັນປົດປ່ອຍພາກໃຕ້,ທ້ອນໂຮມປະເທດຊາດເປັນເອກະພາບແລະສະເໜີຕົວປື້ມ ບົດບັນທຶກສົງຄາມ
ນັກປະພັນ ເຈີ່ນມາຍແຫ້ງ ແລະ ທ່ານຜູ້ອຳນວຍການ VOV ຫງວຽນເທ໋ກີ໋
|
(vovworld) – ວັນທີ 27/4, ຢູ່ຮ່າໂນ້ຍ, ວິທະຍຸກະຈາຍສຽງ ຫວຽດນາມ (VOV), ໂຮງພິມຈຳໜ່າຍການເມືອງແຫ່ງຊາດ - ຄວາມຈິງ ແລະ ສະມາຄົມນັກປະພັນ ຫວຽດນາມ ໄດ້ສົມທົບກັນຈັດຕັ້ງພິທີສະເຫຼີມສະຫຼອງ 42 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30/4/1975 – 30/4/2017) ແລະ ສະເໜີຕົວນະວະນິຍາຍເອກະສານປະຫວັດສາດ “ບົດບັນທຶກສົງຄາມ 1-2-3-4.75” (ເປັນພາສາ ຫວຽດ ແລະ ພາສາ ອັງກິດ).
ເນື່ອງໃນໂອກາດນີ້, VOV, ໂຮງພິມຈຳໜ່າຍການເມືອງແຫ່ງຊາດ - ຄວາມຈິງ ແລະ ສະມາຄົມນັກປະພັນ ຫວຽດນາມ ໄດ້ແນະນຳເຖິງຜູ້ອ່ານປື້ມ “ບົດບັນທຶກສົງຄາມ 1-2-3-4.75” (ເປັນພາສາ ຫວຽດ ແລະ ພາສາ ອັງກິດ) ຂອງນັກຂ່າວ, ນັກປະພັນ ເຈີ່ນມາຍແຫ້ງ. ປື້ມຫົວນີ້ໄດ້ວາດພາບເຖິງການລົ້ມລະລາຍຂອງອຳນາດການປົກຄອງໄຊງ່ອນ ໃນ 4 ເດືອນສຸດທ້າຍຂອງສົງຄາມ ປີ 1975 ຢ່າງສັດຊື່ ແລະ ມີຊີວິດຊີວາ. ທ່ານຜູ້ອຳນວຍການ VOV ຫງວຽນເທ໋ກີ໋, ເນັ້ນໜັກວ່າ:
“ອາດເວົ້າໄດ້ວ່າ, “ບົດບັນທຶກສົງຄາມ 1-2-3-4.75” ແມ່ນນະວະນິຍາຍທີ່ມີຄວາມ ຈິງ ແລະ ມີຊີວິດຊີວາກ່ຽວກັບຊຸມວັນສຸດທ້າຍຂອງອຳນາດການປົກຄອງໄຊງ່ອນ ແລະ ພິເສດ ແມ່ນໄດ້ຍ້ອງຍໍການເສຍສະຫຼະຊີວິດ, ຄວາມລຳບາກກາກກຳຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ໃນການຕໍ່ຕ້ານ ຕ້ານ ອາເມລິກາ ກູ້ຊາດ. ປື້ມຫົວນີ້ໄດ້ຮັບການສ້າງຢ່າງລະອຽດລະອໍ ແລະ ຖືກຕ້ອງບົນພື້ນຖານໄດ້ເລືອກເອົາຈຸດທີ່ພົ້ນເດັ່ນໃນຈຳນວນເອກະສານມາກມາຍອັນລ້ຳຄ່າເປັນຈຳນວນຫຼວງຫຼາຍ ແລະ ພົບປະກັບບັນດາຕົວພະຍານຫຼາຍຄົນ.”