ສະເຫຼີມສະຫຼອງ 45 ປີແຫ່ງວັນການນຳ ກູບາ Fidel Castro ມາຢ້ຽມຢາມເຂດປົດປ່ອຍຢູ່ແຂວງ ກ໋ວາງຈິ

(VOVWORLD) - ກ່ອນນີ້, 45 ປີ, ໃນປີ 1973, ເມື່ອການຕໍ່ຕ້ານຂອງປະຊາຊົນ ຫວຽດນາມ ຍັງຢູ່ໃນໄລຍະດຸເດືອດ.
ສະເຫຼີມສະຫຼອງ 45 ປີແຫ່ງວັນການນຳ ກູບາ Fidel Castro ມາຢ້ຽມຢາມເຂດປົດປ່ອຍຢູ່ແຂວງ ກ໋ວາງຈິ - ảnh 1 ພາບປະກອບ

ຕອນບ່າຍວັນທີ 14 ກັນຍາ, ຢູ່ນະຄອນ ດົງຮ່າ, ແຂວງ ກ໋ວາງຈິ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 45 ປີແຫ່ງວັນການນຳ ກູບາ Fidel Castro ມາຢ້ຽມຢາມເຂດປົດປ່ອຍຢູ່ແຂວງ ກ໋ວາງຈິ ຢ່າງສົມກຽດ. ກ່ອນນີ້, 45 ປີ, ໃນປີ 1973, ເມື່ອການຕໍ່ຕ້ານຂອງປະຊາຊົນ ຫວຽດນາມ ຍັງຢູ່ໃນໄລຍະດຸເດືອດ. ທ່ານປະທານ Fidel Castro ໄດ້ເດີນທາງດ້ວຍເສັ້ນທາງຍາວເຄິ່ງໜຶ່ງໜ່ວຍໂລກເຖິງ ຫວຽດນາມ ແລະ ຢ້ຽມຢາມເຂດສະໜາມຮົບ ກ໋ວາງຈິ. ທ່ານໄດ້ການເປັນປະມຸກລັດຕ່າງປະເທດຜູ້ທຳອິດ ແລະ ໜຶ່ງດຽວມາຢ້ຽມຢາມເຂດປົດປ່ອຍຢູ່ພາກໃຕ້ ທີ່ແຂວງ ກ໋ວາງຈິ.

        ກ່າວຄຳເຫັນທີ່ພິສະເຫຼີມສະຫຼອງ, ທ່ານ ເຈິ່ນກວັກເວື້ອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ໄດ້ເນັ້ນໜັກວ່າ ທ່ານປະທານ Fidel Castro ແມ່ນເພື່ອນມິດທີ່ສະໜິດສະໜົມຂອງປະຊາຊົນ ຫວຽດນາມ, ທ່ານໄດ້ພ້ອມກັບປະທານໂຮ່ຈີມິນ ສ້າງພື້ນຖານ ແລະ ພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ກູບາ. ການພົວພັນມິດຕະພາບແບບພິເສດ ແລະ ຄວາມສາມັກຄີສະໜິດຕິດພັນລະຫວ່າງ ຫວຽດນາມ ແລະ ກູບາ ແມ່ນສັນຍາລັກຂອງຍຸກສະໄໝ, ແມ່ນຊັບສົມບັດອັນລ້ຳຄ່າຂອງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ.

ສະເຫຼີມສະຫຼອງ 45 ປີແຫ່ງວັນການນຳ ກູບາ Fidel Castro ມາຢ້ຽມຢາມເຂດປົດປ່ອຍຢູ່ແຂວງ ກ໋ວາງຈິ - ảnh 2ທ່ານ Salvador Valdes Mesa ມອບຮູບຖ່າຍທ່ານປະທານ Fidel Castro ໃຫ້ແຂວງ ກ໋ວາງຈິ

        ສ່ວນທ່ານ Salvador Valdes Mesa, ກຳມະການກົມການເມືອງ, ຮອງປະທານຜູ້ທີໜຶ່ງສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ກູບາ, ຢັ້ງຢືນວ່າ: ກູບາ ບໍ່ສາມາດຫຼົງລື່ມການຊ່ວຍເຫຼືອຂອງ ຫວຽດນາມ ໄດ້; ເຊື່ອໝັ້ນວ່າການພົວພັນລະຫວ່າງ 2 ປະເທດຈະສືບຕໍ່ພັດທະນາໃນທຸກຂົງເຂດກ່ວາອີກ.

        ແລະກໍ່ໃນວັນດຽວກັນ, ຄະນະກຳມະການປະຊາຊົນແຂວງ ກ໋ວາງຈິ ໄດ້ສົມທົບກັບສຳນັກຂ່າວສານ ຫວຽດນາມ ຈັດຕັ້ງການວາງສະແດງຮູບຖ່າຍເນື່ອງໃນເຫດການນີ້.

        ໃນຂອບເຂດການເຄື່ອນໄຫວສະເຫຼີມສະຫຼອງ 45 ປີແຫ່ງວັນການນຳ ກູບາ Fidel Castro ມາຢ້ຽມຢາມເຂດປົດປ່ອຍຢູ່ແຂວງ ກ໋ວາງຈິ (9/1973 – 9/2018), ຕອນເຊົ້າວັນທີ 14 ກັນຍາ, ຄະນະຜູ້ແທນ ກູບາ ໂດຍທ່ານ Salvador Valdes Mesa ນຳໜ້າ ໄດ້ໄປຢ້ຽມຢາມບາງສະຖານທີ່ເຊິ່ງກ່ອນນີ້ 45 ປີ ການນຳ Fidel Castro ເຄີຍມາຢາມ.

ຕອບກັບ

ຂ່າວ/ບົດ​ອື່ນ