ສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ອິນເດຍ ແລະ ບຸນເຕັກປະຊາຄົມ
ພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງ
ການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ອິນເດຍ
(ພາບ: vietnamplus.vn)
(vovworld) - ຕອນຄ່ຳວັນທີ 18/01, ສະຖານທູດຫວຽດນາມ ປະຈຳອິນເດຍ ໄດ້ຈັດພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ອິນເດຍ (07/01/1972 – 07/01/2017) ແລະ ບຸນເຕັດປະຊາຄົມຢ່າງສົມກຽດ. ເຂົ້າຮ່ວມພິທີມີທ່ານລັດຖະມົນຕີກະຊວງການຕ່າງປະເທດອິນເດຍ Mobashar Jawed Akbar, ເຈົ້າໜ້າທີ່ຂອງບັນດາກະຊວງ, ຂະແໜງການ, ສະພາແຫ່ງຊາດອິນເດຍ. ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຕົນຊິງແທ່ງ ຢືນຢັນວ່າ, 45 ປີຜ່ານມາ, ນັບແຕ່ 2 ປະເທດສ້າງຕັ້ງການພົວພັນທາງການທູດ, ການພົວພັນລະຫວ່າງ 2 ປະເທດ ນັບມື້ນັບພັດທະນາຢ່າງແຮງ, ຫວຽດນາມ ແລະ ອິນເດຍ ໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດໃນປີ 2007. ນັບແຕ່ນັ້ນມາ, ການຮ່ວມມື 2 ຝ່າຍໄດ້ ແລະ ພວມໄດ້ຮັບການເປີດກວ້າງ, ພິເສດ, ຫວ່າງແລ້ວນີ້, ການນຳ 2 ປະເທດໄດ້ຕົກລົງຍົກການພົວພັນຄູ່ຮ່ວມມືຍຸດທະສາດຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໃນການຢ້ຽມຢາມຫວຽດນາມ ຂອງທ່ານນາຍົກລັດຖະມົນຕີອິນເດຍ Narendra Modi ເມື່ອປີກ່າຍ, ແນໃສ່ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນ 2 ປະເທດໃນສະພາບການໃໝ່ຂອງພາກພື້ນ.