ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສະມາຄົມວັນນະຄະດີພື້ນເມືອງ ຫວຽດນາມ

(VOVWORLD) - ກ່າວຄຳເຫັນນະທີ່ນີ້, ທ່ານນາງ ຕ່ອງທິຟ໋ອງ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ຍ້ອງຍໍຊົມເຊີຍບັນດາຜົນງານທີ່ຖັນແຖວບັນດານັກຄົ້ນຄ້ວາວັດທະນະທຳ ວັນນະຄະດີພື້ນເມືອງໃນທົ່ວປະເທດບັນລຸໄດ້ໃນ 50 ປີຜ່ານມາ
ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສະມາຄົມວັນນະຄະດີພື້ນເມືອງ ຫວຽດນາມ - ảnh 1 ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສະມາຄົມວັນນະຄະດີ ພື້ນເມືອງ ຫວຽດນາມ 

ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສະມາຄົມວັນນະຄະດີ ພື້ນເມືອງ ຫວຽດນາມ ຈັດຕັ້ງໃນຕອນເຊົ້າວັນທີ 17 ທັນວາ, ຢູ່ຮ່າໂນ້ຍ. ກ່າວຄຳເຫັນນະທີ່ນີ້, ທ່ານນາງ ຕ່ອງທິຟ໋ອງ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ຍ້ອງຍໍຊົມເຊີຍບັນດາຜົນງານທີ່ຖັນແຖວບັນດານັກຄົ້ນຄ້ວາວັດທະນະທຳ ວັນນະຄະດີພື້ນເມືອງໃນທົ່ວປະເທດບັນລຸໄດ້ໃນ 50 ປີຜ່ານມາ. ທ່ານນາງຮອງປະທານສະພາແຫ່ງຊາດ ເນັ້ນໜັກວ່າ: ສະມາຄົມວັນນະຄະດີພື້ນເມືອງ ຫວຽດນາມ ຄວນເອົາໃຈໃສ່, ສົ່ງເສີມສະມາຊິກສະມາຄົມມານະພະຍາຍາມປະກອບສ່ວນ ໃຫ້ແກ່ພາລະກິດແຫ່ງການປະຕິວັດຂອງພັກ ແລະ ຂອງຊາດໃຫ້ຫຼາຍກ່ວາອີກ:

        “ສະມາຄົມວັນນະຄະດີພື້ນເມືອງ ຫວຽດນາມ ຄວນຕັ້ງໜ້າ, ເປັນເຈົ້າການຫັນຈຸດສຸມຈາກການຄົ້ນຄ້ວາ, ສະສົມ ໄປສູ່ການຄົ້ນຄ້ວາມີຄຸນນະພາບສູງ, ນຳໃຊ້ບັນດາທິດສະດີໃໝ່, ບັນດາວິທີການຄົ້ນຄ້ວາໃໝ່ເຂົ້າໃນພຶດຕິກຳຕົວຈິງ ເພື່ອສ້າງບັນດາກິດຈະກຳມີມູນຄ່າສູງກ່ວາກ່ຽວກັບວິທະຍາສາດ ແລະ ລັກສະນະມະນຸດສາດຢ່າງເລິກເຊິ່ງ. ພ້ອມທັງ, ສືບຕໍ່ສະສົມບັນດາຄຸນຄ່າວັດທະນະທຳ - ວັນນະຄະດີພື້ນເມືອງ, ສູ້ຊົນປັບປຸງກິດຈະກຳກ່ຽວກັບມໍລະດົກວັດທະນາທຳພື້ນເມືອງຂອງ 54 ຊົນເຜົ່າອ້າຍນ້ອງຢູ່ປະເທດເຮົາ. ສະມາຄົມຄວນສືບຕໍ່ສູ້ຊົນເພື່ອກາຍເປັນກຳລັງຫຼັກແຫຼ່ງ, ນຳໜ້າໃນພາລະກິດສ້າງຖັນແຖວນັກຄົ້ນຄ້ວາກ່ຽວກັບວັດທະນະທຳ ວັນນະຄະດີພື້ນເມືອງຂອງທົ່ວປະເທຢ່າງແທດຈິງ, ເຮັດແນວໃດເພື່ອໃຫ້ແຕ່ລະກິດຈະກຳ ສ່ອງແສງບັນດາຄຸນຄ່າວັດທະນະທຳດ້ານຈິດວິນຍານຂອງຊາດໃຫ້ແທດຈິງທີ່ສຸດ.”

 

ຕອບກັບ

ຂ່າວ/ບົດ​ອື່ນ