ສະ​ເຫຼີມ​ສະຫຼອງ 55 ປີ​ແຫ່ງວັນ​ສ້າງ​ຕັ້ງ ອາ​ຊຽນ ປະ​ຈຳ ອົດ​ສະ​ຕາ​ລີ

(VOVWORLD) -ທ່ານ Jan Adams ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕາລີ ຫວັງວ່າ ອົດສະຕາລີ ແລະ ອາຊຽນ ຈະສືບຕໍ່ພ້ອມກັບປຶກສາຫາລື, ຮ່ວມມືກັນຢ່າງແໜ້ນແຟ້ນ, ຍາດແຍ່ງບັນດາຂໍ້ຕົກລົງດ້ານການຄ້າສອງຝ່າຍ ແລະ ຫຼາຍຢ່າງທີ່ໄດ້ຮັບການລົງນາມແລ້ວຢ່າງສຸດຂີດ ເພື່ມພ້ອມກັນຜ່ານຜ່າສິ່ງທ້າທາຍ. 
ສະ​ເຫຼີມ​ສະຫຼອງ 55 ປີ​ແຫ່ງວັນ​ສ້າງ​ຕັ້ງ ອາ​ຊຽນ ປະ​ຈຳ ອົດ​ສະ​ຕາ​ລີ - ảnh 1ພິທີສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງ ອາຊຽນ

ວັນທີ 24 ສິງຫາ, ຄະນະກຳມະການ ອາຊຽນ ປະຈຳ Canberra (ACC) ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງ ອາຊຽນ. ກ່າວຄຳເຫັນທີ່ພິທີ, ທ່ານ Chan Rotana ເອກອັກຄະລັດຖະທູດ ກຳປູເຈຍ (ປະທານໝູນວຽນ ຂອງ ACC) ເນັ້ນໜັກວ່າ: ອາຊຽນຕັດສິນໃຈຮັກສາຄວາມສາມັກຄີຢ່າງໝັ້ນແກ່ນ, ມານະພະຍາຍາມກ່ວາອີກເພື່ອປັບປຸງ ແລະ ຟື້ນຟູໂດຍໄວ, ຍືນຍົງ ແລະ ກວມລວມ, ພ້ອມທັງສືບຕໍ່ສ້າງວິໄສທັດໃຫ້ແກ່ໄລຍະຕໍ່ໄປຂອງປະຊາຄົມອາຊຽນ.

ສ່ວນທ່ານ Jan Adams ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕາລີ ຫວັງວ່າ ອົດສະຕາລີ ແລະ ອາຊຽນ ຈະສືບຕໍ່ພ້ອມກັນປຶກສາຫາລື, ຮ່ວມມືກັນຢ່າງແໜ້ນແຟ້ນ, ໝູນໃຊ້ຂໍ້ຕົກລົງດ້ານການຄ້າສອງຝ່າຍ ແລະ ຫຼາຍຢ່າງທີ່ໄດ້ຮັບການລົງນາມແລ້ວຢ່າງສຸດຂີດ ເພື່ອພ້ອມກັນຜ່ານຜ່າສິ່ງທ້າທາຍ. ອົດສະຕາລີຈະສືບຕໍ່ປະກອບສ່ວນຫຼາຍທີ່ສຸດຕໍ່ຄວາມມານະພະຍາຍາມອັນຍິ່ງໃຫຍ່ຂອງ ອາຊຽນ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນຂອງພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ