ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງ ອາຊຽນ ຢູ່ນິວຢອກ

(VOVWORLD) - ອາຊຽນ ສືບຕໍ່ສວມບົດບາດສຳຄັນໃນການຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບຢູ່ພາກພື້ນ
ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງ ອາຊຽນ ຢູ່ນິວຢອກ - ảnh 1
ການສະເຫຼີມສະຫຼອງໂດຍ ກຳປູເຈຍ ເປັນເຈົ້າພາບຈັດຕັ້ງຢູ່ນິວຢອກຕາມແບບທາງໄກ

ວັນທີ 8 ສິງຫາ, ປະເທດ ກຳປູເຈຍ, ໂດຍເປັນປະທານຄະນະກຳມະການສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຢູ່ນິວຢອກ, ໄດ້ເປັນເຈົ້າພາບຈັດພິທີສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງ ອາຊຽນ ແບບທາງໄກ. ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ Sokhonn Prak, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ກຳປູເຈຍ ແລະ ທ່ານ Dato Lim Jock Hoi, ເລຂາທິການໃຫຍ່ ອາຊຽນ ໄດ້ຢັ້ງຢືນຄືນບົດບາດໃຈກາງ, ຫຼັກແຫຼ່ງຂອງ ອາຊຽນ ຢູ່ພາກພື້ນ, ຍາມໃດກໍ່ມຸ່ງໄປເຖິງການຊຸກຍູ້ຄວາມສາມັກຄີ, ຄວາມເຫັນດີເຫັນພ້ອມໃນການຮ່ວມມືລະຫວ່າງບັນດາປະເທດສະມາຊິກ ແລະ ປັບປຸງການພົວພັນຮ່ວມມືກັບບັນດາຄູ່ເຈລະຈາ. ທ່ານ Abdulla Shahid, ປະທານສະມັດຊາໃຫຍ່ ສປຊ ຊຸດທີ 76 ແລະ ທ່ານ Courtenay Rattray, ຫົວໜ້າຫ້ອງວ່າການເລຂາທິການໃຫຍ່ ສປຊ ໃຫ້ຮູ້ວ່າ: ອາຊຽນ ສືບຕໍ່ສວມບົດບາດສຳຄັນໃນການຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບຢູ່ພາກພື້ນ.

        ກ່ອນໜ້ານັ້ນ, ຄະນະຜູ້ຕາງໜ້າບັນດາປະເທດສະມາຊິກ ອາຊຽນ ປະຈຳ ສປຊ ກໍ່ໄດ້ຈັດການເຄື່ອນໄຫວພົບປະແລກປ່ຽນທີ່ພົ້ນເດັ່ນ, ເພື່ອແນໃສ່ຮັດແໜ້ນຄວາມສາມັກຄີລະຫວ່າງບັນດາຄະນະຜູ້ຕາງໜ້າ, ໃນນັ້ນ, ມີວັນບັນດາຄອບຄົວ ອາຊຽນ, ການແຂ່ງຂັນປີ່ງປ່ອງ, ການແຂ່ງຂັນ bowling ອາຊຽນ ແລະ ການເຄື່ອນໄຫວວັດທະນະທຳ, ກິລາອື່ນໆອີກ.

ຕອບກັບ

ຂ່າວ/ບົດ​ອື່ນ