ສະເຫຼີມສະຫຼອງ 60 ປີແຫ່ງວັນມູນເຊື້ອຂະແໜງໄຟຟ້າຫວຽດນາມ

ສະເຫຼີມສະຫຼອງ 60 ປີແຫ່ງວັນມູນເຊື້ອຂະແໜງໄຟຟ້າຫວຽດນາມ - ảnh 1
ພິທີສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ຂະ​ແໜງ​​ໄຟຟ້າ​ຫວຽດນາມ
(ພາບ: TTXVN)


(vovworld) – ພິທີສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ຂະ​ແໜງ​​ໄຟຟ້າ​ຫວຽດນາມ, ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 21/12, ຢູ່​ຮ່າ​ໂນ້ຍ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ. ​ໂດຍຮັບ​ຮູ້​ບັນດາ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ຂອງ​ຂະ​ແໜງ​ໄຟຟ້າ ທີ່​ມີ​ຕໍ່​ພາລະກິດ​ປະຕິວັດ ກໍ່​ຄື​ວິວັດທະນາ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ຕາງ​ໜ້າ​ໃຫ້ການ​ນຳ​ພັກ, ລັດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ມອບ​ຫຼຽນ​ໄຊ​ໂຮ່ຈິ​ມິ​ນ ຄັ້ງ​ທີ 2 ​ໃຫ້​ກຸ່ມ​ບໍລິສັດ​ໄຟຟ້າ​ຫວຽດນາມ.

        ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ຢືນຢັນ​ວ່າ, ຂະ​ແໜງ​ໄຟ​ຟ້າຕ້ອງ​ໄປ​ກ່ອນ​ບາດ​ໜຶ່ງ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ພັດທະນາ​ຂອງ​ປະ​ເທດ​ຊາດ, ຍົກ​ສູງ​ຄຸນ​ນະພາ​ບ​ໄຟຟ້າພະລັງງານ ​ແລະ ຄຸນ​ນະພາ​ບບັນດາ​ການ​ບໍລິການ​ສະໜອງ​​ໄຟຟ້າ​ໃຫ້​ສັງຄົມ, ຍູ້​ແຮງ​ບັນດາການ​ນຳ​ໃຊ້​ໄຟຟ້າ​ຢ່າງ​ມີ​ປະສິດທິ​ຜົນ, ປະຢັດ​ແຫຼ່ງວັດຖຸ, ຊັບພະຍາກອນ​ຂອງ​ປະ​ເທດ​ຊາດ. ບົນ​ຈິດ​ໃນ​ດັ່ງກ່າວ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮຽກຮ້ອງ​ໃຫ້​ກຸ່ມບໍລິສັດ​ໄຟຟ້າ​ຫວຽດນາມ ​ເພີ່ມ​ທະວີ​ການ​ລົງທຶນ, ພັດທະນາ​ແຫຼ່ງ​​ໄຟຟ້າ ​ແລະ ລະບົບ​ໄຟຟ້າ; ປະຕິບັດ​ການ​ຂາຍ​ໄຟຟ້າ​ລາຄາຕາມ​​ເສດຖະກິດ​ການ​ຕະຫຼາດ​ແຕ່​ມີ​ການ​ດັດສົມຂອງ​ລັດ; ປະຕິບັດ​ບັນດາ​ມາດ​ຕະການ​ສັງ​ລວມ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບ​ແຫຼ່ງຊັບພະຍາກອນ​ມະນຸດ ​ແລະ ສະມັດ​ຕະພາບ​ແຮງ​ງານ​ໃນ​ຂະ​ແໜງ​ໄຟຟ້າ.

        ຜ່ານ​ໄລຍະ 60 ປີ​​ແຫ່ງ​ການ​ສ້າງຕັ້ງ ​ແລະ ​ເຕີບ​ໃຫຍ່, ຂະ​ແໜງ​ໄຟຟ້າ​ຫວຽດນາມ ພວມ​ຍື່ນ​ອັນ​ດັບ​ທີ 3 ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ຍື່ນ​ອັນ​ດັບ​ທີ 31 ​ໃນ​ໂລກ​ກ່ຽວ​ກັບ​ຂອບ​ຂະໜາດ​ແຫຼ່ງ​ໄຟຟ້າ.

ຂ່າວ/ບົດ​ອື່ນ