ສະເຫຼີມສະຫຼອງ 60 ປີແຫ່ງວັນລຸງໂຮ່ ມາຢ້ຽມຢາມ ຮ່າຕີ້ງ

(VOVWORLD) - ຕອນເຊົ້າວັນທີ 11 ມິຖຸນາ, ແຂວງ ຮ່າຕີ້ງ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 60 ປີແຫ່ງວັນ ລຸງໂຮ່ ຢ້ຽມຢາມ ຮ່າຕີ້ງ (15/6/1957 – 15/6/2017), 10 ປີແຫ່ງວັນສ້າງຕັ້ງນະຄອນ ຮ່າຕີ້ງ (20/5/2007 – 20/5/2017). 
ສະເຫຼີມສະຫຼອງ 60 ປີແຫ່ງວັນລຸງໂຮ່ ມາຢ້ຽມຢາມ ຮ່າຕີ້ງ - ảnh 1 ບັນດາຜູ້ແທນເຂົ້າຮ່ວມພິທີ

າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ອວຍພອນບັນດາຜົນງານອັນໃຫຍ່ຫຼວງ, ສຳຄັນເຊິ່ງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ຮ່າຕີ້ງ ບັນລຸໄດ້ໃນຕະຫຼອດ 60 ປີແຫ່ງການປະຕິບັດຄຳສັ່ງສອນຂອງປະທານ ໂຮ່ຈີມິນ. ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄດ້ຊີ້ແຈ້ງວ່າ ເພື່ອປະກອບສ່ວນພ້ອມກັບທົ່ວປະເທດປະຕິບັດສຳເລັດພາລະກິດຫັນເປັນອຸດສາຫະກຳ, ທັນສະໄໝ, ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ຮ່າຕີ້ງ ຕ້ອງເສີມຂະຫຍາຍນ້ຳໃຈສາມັກຄີ, ຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນ, ທ່າແຮງຂອງທ້ອງຖິ່ນ ແລະ ບັນດາແຫຼ່ງກຳລັງຢ່າງມີປະສິດທິຜົນເພື່ອພັດທະນາໄວ, ຍືນຍົງ.

        ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຮຽກຮ້ອງໃຫ້ຮ່າຕີ້ງ ສືບຕໍ່ເອົາໃຈໃສ່ເຖິງວຽກງານວາງແຜນຜັງ ແລະ ພັດທະນາເສດຖະກິດເຂດ, ເສດຖະກິດທະເລ, ເອົາໃຈໃສ່ວາງແຜນຜັງ ແລະ ພັດທະນາຂະແໜງທ່ອງທ່ຽວຕາມທິດຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງແຂວງ ຕິດພັນກັບການທ່ອງທ່ຽວຊິວະພາບ, ການທ່ອງທ່ຽວປະຫວັດສາດ, ວັດທະນະທຳ ແລະ ຈິດວີນຍານ. ຮັບປະກັນປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເອົາໃຈໃສ່ສ້າງ “ທ່າຮົບໃນຈິດໃຈປະຊາຊົນ” ຕິດພັນຢ່າງແໜ້ນແຟ້ນກັບໜ້າທີ່ພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມຢູ່ບັນດາທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ