ສະເຫຼີມສະຫຼອງ 65 ປີ ແຫ່ງວັນໄຊຊະນະດ້ຽນບຽນຝູ: ໄຊຊະນະຂອງປະຊາຊົນຫວຽດນາມ ແລະ ຝລັ່ງ ຕໍ່ໜ້າລັດທິລ່າເມືອງຂຶ້ນ

(VOVWORLD) -ປະຊາຊົນ ຝລ່ັງ ບໍ່ເຄີຍສະໜັບສະໜູນສົງຄາມດັ່ງກ່າວ. ຂະບວນການຕ້ານສົງຄາມຫວຽດນາມ ແມ່ນຟົດຟື້ນທີ່ສຸດ. 
ສະເຫຼີມສະຫຼອງ 65 ປີ ແຫ່ງວັນໄຊຊະນະດ້ຽນບຽນຝູ: ໄຊຊະນະຂອງປະຊາຊົນຫວຽດນາມ ແລະ ຝລັ່ງ ຕໍ່ໜ້າລັດທິລ່າເມືອງຂຶ້ນ - ảnh 1(ພາບປະກອບ:daidoanket.vn) 

  ການປະລາໄຊທາງດ້ານການທະຫານຂອງ ຝລັ່ງຢູ່ ດ້ຽນບຽນຝູ ໃນວັນທີີ 7 ພຶດສະພາ 1954 ແມ່ນໜຶ່ງໃນບັນດາຈຸດເວລາປະຫວັດສາດ, ເປັນຂີດໝາຍຕໍ່ການປະລາໄຊຢ່າງສິ້ນເຊີງຂອງ ປະເທດ ຝລັ່ງ ໃນຄວາມມານະພະຍາມສ້າງຫົວເມືອງຂຶ້ນຢູ່ ອິນດູຈິນ ເວົ້າສະເພາະ ແລະ ຈັກກະພັດລ່າເມືອງຂຶ້ນຂອງຕົນເວົ້າລວມຄືນໃໝ່ ພາຍຫຼັງສິ້ນສຸດສົງຄາມໂລກຄັ້ງທີ 2 ຜ່ານນັ້ນຢຸດຕິໄລຍະກວ່າ 400 ປີ ຂອງ ລັດທິລ່າເມືອງຂຶ້ນແບບເກົ່າໃນໂລກ. ເມື່ອຕອບສໍາພາດຕໍ່ນັກຂ່າວສໍານັກຂ່າວສານຫວຽດນາມ, ທ່ານ Said Bouamama ນັກສັງຄົມສາດ ຝລັ່ງ ຖືວ່າ ປະຊາຊົນ ຝລ່ັງ ບໍ່ເຄີຍສະໜັບສະໜູນສົງຄາມດັ່ງກ່າວ. ຂະບວນການຕ້ານສົງຄາມຫວຽດນາມ ແມ່ນຟົດຟື້ນທີ່ສຸດ. ແຕ່ລະປີ ພົນທະຫານປະຖັນແຖວກອງທັບ ແລະ ເຂ້ົາຖັນແຖວກອງທັບຫວຽດນາມ, ບັນດາກໍາມະກອນຢູ່ທ່າກໍ່າປັ່ນ ແລະ ທາງລົດໄຟ  ໄດ້ປະຕິເສດການຂົນຖ່າຍ ແລະ ຂົນສົ່ງພາຫະນະການທະຫານໄປຍັງຫວຽດນາມ. ບັນດາການລົງຖະໜົນແຫ່ຂະບວນປະທ້ວງ ຄັດຄ້ານສົງຄາມ ດ້ວຍບັນດາການປະທະກັນກັບຕໍາຫຼວດ. ຕາມທ່ານ Said Bouamama ແລ້ວ, ດ້ຽນບຽນຝູ ມີຄວາມໝາຍໃຫຍ່ຫຼວງທີ່ສຸດ: ການປະລາໄຊຂອງລັດທິລ່າເມືອງຂຶ້ນ, ລັດທິຈໍາແນກເຊື້ອຊາດຜິວພັນ ແລະ ລັດ ຝລັ່ງ; ໄຊຊະນະຂອງ ຊາດຫວຽດນາມ ແລະ ຝລັ່ງ.  ທ່ານ Said Bouamama ຍົກໃຫ້ເຫັນແຈ້ງບົດຮຽນຂອງໄລຍະປະຫວັດສາດນີ້, ນັ້ນແມ່ນຄວາມຈໍາເປັນຂອງຂະບວນການຄັດຄ້ານສົງຄາມ ຕ້ານຄືນບັນດາຮູບຖານຂອງລັດທິລ່າເມືອງຂຶ້ນແບບໃໝ່ ທີ່ພວມແຜ່ຂະຫຍາຍອອກສູ່ວົງກວ້າງໃນປັດຈຸບັນ.


ຕອບກັບ

ຂ່າວ/ບົດ​ອື່ນ