ສະ​ເຫຼີມ​ສະຫຼອງ 65 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສະ​ມາ​ຄົມ ພາ​ສາ​ສາ​ກົນ Esperanto ຫວຽດ​ນາມ

(VOVWORLD) -ວັນທີ 8 ພຶດສະພາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ  65 ປີແຫ່ງວັນສ້າງຕັ້ງສະມາຄົມພາສາສາກົນ Esperanto ຫວຽດນາມ (1957 - 2022) ແລະ ກອງປະຊຸມໃຫຍ່ຊາວໜຸ່ມພາສາສາກົນ Esperanto ອາຍຸການທີ່ VII (2022 - 2024).
ສະ​ເຫຼີມ​ສະຫຼອງ 65 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສະ​ມາ​ຄົມ ພາ​ສາ​ສາ​ກົນ Esperanto ຫວຽດ​ນາມ - ảnh 1ພິທີສະເຫຼີມສະຫຼອງ  65 ປີແຫ່ງວັນສ້າງຕັ້ງສະມາຄົມພາສາສາກົນ Esperanto ຫວຽດນາມ
(ພາບ:  thoidai.com.vn)

ທີ່ເຫດການ, ທ່ານນາງ ຫງວຽນເຟືອງງາ, ເອກອັກຄະລັດຖະທູດ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ, ຢັ້ງຢືນ ບັນດາການປະກອບສ່ວນຂອງ ຫວຽດນາມ ໃນຂະບວນການນຳໃຊ້ພາສາສາກົນ Esperanto ຢູ່ພາກພື້ນ ແລະ ໃນໂລກ ໃນໄລຍະ 65 ປີຜ່ານມາ, ເຊິ່ງເພື່ອນມິດສາກົນ ໄດ້ຮັບຮູ້ ແລະ ຕີລາຄາສູງ. ທ່ານນາງ ຫງວຽນເຟືອງງາ ເນັ້ນໜັກວ່າ ໃນສະພາບການປັດຈຸບັນ, ສະມາຄົມພາສາສາກົນ Esperanto ຫວຽດນາມ ຕ້ອງຕິດແທດທິດນຳທີ່ວ່າ: “ເປັນເຈົ້າການ, ມີໄຫວພິບ, ມີຫົວຄິດປະດິດສ້າງ, ມີປະສິດທິຜົນ” ຂອງການທູດປະຊາຊົນ, ຕັ້ງໜ້າຂົນຂວາຍຂະບວນການນຳໃຊ້ພາສາສາກົນໂລກ ແລະ ເພື່ອນມິດສາກົນ ມີຄວາມສາມັກຄີ, ສະໜັບສະໜູນ ຫວຽດນາມ, ປະກອບສ່ວນເຂົ້າໃນການພັດທະນາຂອງຂະບວນການນຳໃຊ້ພາສາສາກົນ Esperanto ຢູ່ພາກພື້ນ ແລະ ໃນໂລກ ເພື່ອສັນຕິພາບ, ການຮ່ວມມື, ພັດທະນາແບບຍືນຍົງ ແລະ ຄວາມກ້າວໜ້າໃນສັງຄົມ.

ໃນຂະນະນັ້ນ, ທ່ານ ຫງວຽນວັນເລິຍ ປະທານສະມາຄົມດັ່ງກ່າວ ໃຫ້ຮູ້ວ່າ ທາງສະມາຄົມຍາມໃດກໍ່ແມ່ນສະມາຊິກທີ່ຕັ້ງໜ້າຂອງສະຫະພັນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ນ້ຳໃຈມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງປະຊາຊົນ ຫວຽດນາມ ກັບປະຊາຊົນໂລກ. ສະມາຄົມຍາມໃດກໍ່ຈະສູ້ຊົນ ເພື່ອປະຕິບັດບັນດາໜ້າທີ່ທີ່ໄດ້ຮັບການມອບໝາຍໃຫ້ສຳເລັດ, ໃນນັ້ນຈຸດສຸມແມ່ນການແນະນຳ ແລະ ໂຄສະນາ ພາບພົດຂອງ ຊາວຫວຽດນາມ ຜ່ານພາສາສາກົນ Esperanto.

ຕອບກັບ

ຂ່າວ/ບົດ​ອື່ນ