ສະເຫຼີມສະຫຼອງ 70 ປີແຫ່ງວັນລົງນາມໃນສົນທິສັນຍາ ເຊີແນວ 1949

(VOVWORLD) - ວັນທີ 12 ສິງຫາ, ຢູ່ນະຄອນ ເຊີແນວ, ປະເທດ ສະວິດ ໄດ້ດຳເນີນພິທີສະເຫຼີມສະຫຼອງ 70 ປີແຫ່ງວັນລົງນາມໃນບັນດາສົນທິສັນຍາ ເຊີແນວ ປີ 1949. ນີ້ແມ່ນຂີດໝາຍສຳຄັນສຳລັບບັນດາເອກະສານ ເຊິ່ງສ້າງເປັນພື້ນຖານຂອງກົດໝາຍວ່າດ້ວຍມະນຸດສະທຳສາກົນ.

ບັນດາສົນທິສັນຍາ ເຊີແນວ ປີ 1949 ລວມມີ 4 ສະບັບທີ່ຕິດພັນກັບສິດຂອງສາມັນຊົນ, ສະເລີຍເສິກ ແລະ ທະຫານຖືກບາດເຈັບ ແລະ ເປັນພະຍາດ. ໂດຍລະອຽດ ນັ້ນແມ່ນສົນທິສັນຍາກ່ຽວກັບການປັບປຸງສະພາບການຂອງທະຫານເສຍອົງຄະ, ທະຫານເຈັບປ່ວຍຂຶ້ນກັບກຳລັງປະກອບອາວຸດສູ້ຮົບທາງບົກໃຫ້ດີຂຶ້ນ; ສົນທິສັນຍາກ່ຽວກັບການປັບປຸງສະພາບການຂອງບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ ແລະ ຜູ້ລອດຊີວິດຈາກເຫດກ່ຳປັ່ນຫຼົ້ມທີ່ຂຶ້ນກັບກຳລັງກອງທັບເຮືອໃຫ້ດີຂຶ້ນ; ສົນທິສັນຍາກ່ຽວກັບການປົກປ້ອງສາມັນຊົນໃນສົງຄາມ; ສົນທິສັນຍາກ່ຽວກັບການປ້ອງກັນສະເລີຍເສິກໃນສົງຄາມ.

        ການສະເຫຼີມສະຫຼອງ 70 ປີແຫ່ງວັນລົງນາມໃນບັນດາສົນທິສັນຍາ ເຊີແນວ ແມ່ນໂອກາດເພື່ອໃຫ້ບັນດາປະເທດທັງໝົດດຳເນີນບັນດາມາດຕະການລະອຽດ ແລະ ສືບຕໍ່ໃຫ້ຄຳໝັ້ນສັນຍາເພື່ອມວນມະນຸດ, ຮັບປະກັນການປະຕິບັດກົດໝາຍວ່າດ້ວຍມະນຸດສະທຳສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ