ສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ Stalingrad ແລະ 40 ປີແຫ່ງວັນເຊັນສັນຍາ ປາຣີ

ສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ Stalingrad ແລະ 40 ປີແຫ່ງວັນເຊັນສັນຍາ ປາຣີ - ảnh 1
ພາບປະກອບ

(vovworld) – ຕອນ​ບ່າຍ​ວັນ​ທີ 22/1, ຢູ່ ສຳ​ນັກ​ງານ​ສະມາຄົມ​ມິດຕະພາບ ລັດ​ເຊຍ - ຫວຽດນາມ ທີ່​ນະຄອນຫຼວງ ​ມົ​ດສະ​ກູ ​ໄດ້​ຈັດງານໂຮມ​ຊຸມນຸມ​​ ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນໄຊຊະນະ Stalingrad (02/02/1943 – 02/02/2013) ​ແລະ 40 ປີ​ແຫ່ງ​ວັນ​ເຊັນ​ສັນຍາສັນຕິພາບ ປາຣີ (27/01/1973 – 27/01/2013) ຢ່າງ​ສົມ​ກຽດ. ສະມາຄົມ​ມິດຕະພາບ ລັດ​ເຊຍ - ຫວຽດນາມ ຖື​ການສະ​ເຫຼີ​ມສະຫຼອງ​ວັນ​ບຸນ​ນີ້ ​ແມ່ນ​ການ​ເຄື່ອນ​ໄຫວ​ທີ່ມີ​ຂອບ​ຂະໜາດ​ໃຫຍ່​ຂອງ​ສະມາຄົມ​​ໃນ​ປີ 2013 ​ເພື່ອ​ທົບ​ທວນຄືນ​ມູນ​ເຊື້ອ​​ພິລະ​ອາດ​ຫານ​ຂອງ​ກອງທັບ ​ແລະ ປະຊາຊົນ ​ໂຊ​ວຽດ, ສຶກສາ​ນ້ຳ​ໃຈ​ຮັກ​ຊາດ, ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ຊາດ ​​ໃຫ້​​ແກ່ລຸ້ນໜຸ່ມ ​ແລະ ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ຂອງ​ປະຊາຊົນ 2 ປະ​ເທດ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດຫວຽດນາມ ປະຈຳ ລັດ​ເຊຍ ຟ້າ​ມຊວນ​ເຊີນ ​ໄດ້​ທົບ​ທວນຄືນ​ໄຊ​ຊະ​ນະອັນທີ່​ພິລະ​ອາ​ດຫານ​ຂອງ​ກອງທັບ ​ແລະ ປະຊາຊົນ ​ໂຊ​ວຽດ ​ໃນ​ບັ້ນ​ຮົບ Stalingrad, ​ແບ່ງປັນ​ບັນດາ​ຄວາມ​ເສຍ​ຫາຍ​ເຊິ່ງ ​ໂຊ​ວຽດ/ ສະຫະພັນ ລັດ​ເຊຍ ຕ້ອງ​​ແບກ​ຫາບ​ເພື່ອ​ຕີ​​ເອົາ​ຊະນະ​ລັດທິ ຟາດ​ຊິດ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ແລະ ສັນຕິພາບ​ໃນ​ໂລກ. ທ່ານ ​ເອກອັກຄະ​ລັດຖະທູ​​ດ ຟ້າ​ມຊວນ​ເຊີນ ​ເນັ້ນ​ໜັກ​ວ່າ ເລື່ອງ ສະມາຄົມ​ມິດຕະພາບ ລັດ​ເຊຍ - ຫວຽດນາມຈັດ​ຕັ້ງ​ພິທີສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ເຊັນ​ສັນຍາສັນຕິພາບ ປາຣີ, ​ໄດ້ປະ​ກອບ​ສ່ວນ​ເຮັດ​ໃຫ້​ປະຊາຊົນ ​ແລະ ພິ​ເສດ​​ແມ່ນ​ລຸ້ນໜຸ່ມ 2 ປະ​ເທດ​ເຂົ້າ​ໃຈ​ຕື່ມ​ອີກ ກ່ຽວ​ກັບ​ປະຫວັດສາດ ​ແລະ ບັນດາ​ໄຊ​ຊະນະ​ອັນ​ຍິ່ງ​ໃຫຍ່​ຂອງ​ລຸ້ນພໍ່​ລຸ້ນອ້າຍ,​ສືບ​ທອດ​ມູນ​ເຊື້ອ​ອັນ​ດີ​ງານ​ນັ້ນ ​ແລະ ​ເພີ່ມ​ພຸ​ນຄຸນ​ສ້າງ​ໃຫ້​ແກ່​ສາຍ​ພົວພັນ​ມິດຕະພາບ, ທີ່​ເປັນ​ມູນ​ເຊື້ອ, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງຮອບດ້ານ ຫວຽດນາມ - ສະຫະພັນ ລັດ​ເຊຍ ຢ່າງ​ບໍ່​ຢຸດ​ຢັ້ງ.

ຂ່າວ/ບົດ​ອື່ນ