ສະເຫຼີມສະຫຼອງ 93 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 93 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21/06/1925 – 21/06/2018), ຕອນຄ່ຳວັນທີ 20 ມິຖຸນາ, ຢູ່ສູນກະຈາຍສຽງແຫ່ງຊາດ ເລກທີ 58 ຖະໜົນ ກວນຊື ຮ່າໂນ້ຍ, ໄດ້ດຳເນີນລາຍການພົບປະແລກປ່ຽນສະແດງສິລະປະສື່ມວນຊົນກັບວິສາຫະກິດ.
ສະເຫຼີມສະຫຼອງ 93 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ - ảnh 1 ລາຍການພົບປະແລກປ່ຽນສະແດງສິລະປະສື່ມວນຊົນກັບວິສາຫະກິດ

ເຫດການດັ່ງກ່າວ ໂດຍວິທະຍຸກະຈາຍສຽງ ຫວຽດນາມ ສົມທົບກັບໜັງສືພິມເດີຍສົງ ວ່າ ຟ໋າບລວດ (ຊີວິດການເປັນຢູ່ ແລະ ກົດໝາຍ)ຈັດຕັ້ງ. ລາຍການພົບປະແລກປ່ຽນສະແດງສິລະປະໄດ້ຈັດຕັ້ງ ແມ່ນເພື່ອແນໃສ່ເຊີດຊູ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຂ່າວທີ່ໄດ້ອຸທິດກຳລັງເຫື່ອແຮງ ແລະ ພູມປັນຍາເພື່ອສຳເລັດພາລະກິດນັກຮົບໃນແນວໂຮມແນວຄິດ. ພ້ອມທັງຊ່ວຍໃຫ້ຜູ້ຊົມເຂົ້າໃຈແຈ້ງກ່ວາ ກ່ຽວກັບບົດບາດກໍ່ຄືຄວາມຮັບຜິດຊອບຂອງນັກຂ່າວໃນຍຸກສະໄໝໃໝ່ຫັນປະເທດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ.

        ແລະກໍ່ໃນວັນດຽວກັນ, ຄະນະປະຕິບັດງານຂອງຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດຍທ່ານຮອງປະທານ - ເລຂາທິການ ເຮົາອາເລັ່ງ ເປັນຫົວໜ້າຄະນະ ໄດ້ລົງຢ້ຽມຢາມ, ອວຍພອນໜັງສືພິມ (ນົງທົນໄງໄນ) ຊົນນະບົດໃນວັນນີ້, ໜັງສືພິມ (ຟຸໜື)ແມ່ຍິງ ຫວຽດນາມ, ສື່ເອເລັກໂຕນິກພັກກອມມູນິດ ຫວຽດນາມ…

        ວັນທີ 20 ມິຖຸນາ, ຢູ່ແຂວງ ດົງທ໋າບ ກໍ່ຈັດຕັ້ງການພົບປະສັງສັນກັບບັນດາສຳນັກຂ່າວສານ, ສື່ມວນຊົນ, ເພື່ອແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມໃນ 6 ເດືອນຕົ້ນປີ, ກຳນົດທິດວຽກງານ 6 ເດືອນທ້າຍປີ 2018.

        ຕອນບ່າຍວັນທີ 20 ມິຖຸນາ, ສະມາຄົມນັກຂ່າວແຂວງ ລອງອານ ກໍ່ໄດ້ຈັດຕັ້ງພິທີມອບລາງວັນໃຫ້ 29 ຜະລິດຕະພັນດີເລີດ ທີ່ຍາດໄດ້ລາງວັນສື່ມວນຊົນແຂວງ ລອງອານ 2017 – 2018.

 

ຕອບກັບ

ຂ່າວ/ບົດ​ອື່ນ