ສະ​ເຫຼີມ​ສະຫຼອງ 95 ປີ​ແຫ່ງ​ວັນ​ສື່ມວນ​ຊົນ​ປະ​ຕິ​ວັດ​ຫວຽດ​ນາມ: ເພື່ອ​ໃຫ້​ສື່ມວນ​ຊົນ​ພັດ​ທະ​ນາ​ຢ່າງມີ​​ແບບ​​ແຜນ, ເປັນ​ມື​ອາ​ຊີບ ແລະ ກາຍ​ເປັນ​ແຫຼ່ງ​ຂໍ້​ມູນ​ຂ່າວ​ສານ​ທີ່​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທີ່​ສຸດ

(VOVWORLD) -ທ່ານ ໂຮ່ກວາງເລີ້ຍ ມີຄວາມເຊື່ອໝັ້ນຕໍ່ອະນາຄົດຂອງສື່ມວນຊົນໃນການຮັບປະກັນການລົງຂ່າວຢ່າງທັນການ, ຊັດເຈນ, ມີກຳລັງເກ້ຍກ່ອມສຳລັບສັງຄົມ ແລະ ມີລັກສະນະສ້າງສັນສູງ.
ສະ​ເຫຼີມ​ສະຫຼອງ 95 ປີ​ແຫ່ງ​ວັນ​ສື່ມວນ​ຊົນ​ປະ​ຕິ​ວັດ​ຫວຽດ​ນາມ: ເພື່ອ​ໃຫ້​ສື່ມວນ​ຊົນ​ພັດ​ທະ​ນາ​ຢ່າງມີ​​ແບບ​​ແຜນ, ເປັນ​ມື​ອາ​ຊີບ ແລະ ກາຍ​ເປັນ​ແຫຼ່ງ​ຂໍ້​ມູນ​ຂ່າວ​ສານ​ທີ່​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທີ່​ສຸດ - ảnh 1ທ່ານໂຮ່ກວາງເລີ້ຍ, ຮອງປະທານຜູ້ປະຈຳການສະມາຄົມນັກຂ່າວຫວຽດນາມ (ພາບ: TTXVN) 

ໂດຍຕອບສຳພາດຕໍ່ບັນດານັກຂ່າວສຳນັກຂ່າວສານ, ສື່ມວນຊົນ ເນື່ອງໂນໂອກາດສະເຫຼີມສະຫຼອງ 95 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ (21 ມິຖຸນາ 1925 – 21 ມິຖຸນາ 2020), ທ່ານໂຮ່ກວາງເລີ້ຍ, ຮອງປະທານຜູ້ປະຈຳການສະມາຄົມນັກຂ່າວຫວຽດນາມໃຫ້ຮູ້ວ່າ: ປະຈຸບັນ, ຜູ້ປະກອບອາຊີບເປັນນັກຂ່າວ    ພວມປະສົບກັບກຳລັງດັນຈາກ ສື່ສັງຄົມອອນລາຍຍ້ອນວ່າ ສື່ສັງຄົມອອນລາຍພວມແຂ່ງຂັນກັບສື່ມວນຊົນໃນການລົງຂ່າວອອກສູ່ສັງຄົມ. ເພາະສະນັ້ນ, ສື່ມວນຊົນຕ້ອງສືບຕໍ່ປ່ຽນແປງໃໝ່ກ່ຽວກັບວິທີການດ້ານອາຊີບ, ປັບປຸງຢ່າງແຮງກ່ວາ, ໜູນໃຊ້ທ່າໄດ້ປຽບກ່ຽວກັບເຕັກໂນໂລຢີຂໍ້ມູນຂ່າວສານເພື່ອນຳໃຊ້ໃຫ້ແກ່ການພັດທະນາ. ທ່ານໂຮ່ກວາງເລີ້ຍ ເນັ້ນໜັກວ່າ: ຕ້ອງສ້າງພື້ນຖານສື່ມວນຊົນປະຕິວັດຫວຽດນາມໃຫ້ເຕັມໄປດ້ວຍລັກສະນະຕໍ່ສູ້ ແລະ ມະນຸດສະທຳ, ເປັນມືອາຊີບ ແລະ ທັນສະໄໝເພື່ອໃຫ້ຜູ້ປະກອບອາຊີບເຮັດເປັນນັກຂ່າວສືບຕໍ່ປະກອບອາຊີບຕາມທິດນຳ ພາວະວິໄສ, ເຄົາລົບຕໍ່ຄວາມຈິງ, ປົກປ້ອງຄວາມເປັນທຳ ແລະ ຄວາມຖືກຕ້ອງ. ທ່ານ ໂຮ່ກວາງເລີ້ຍ ມີຄວາມເຊື່ອໝັ້ນຕໍ່ອະນາຄົດຂອງສື່ມວນຊົນໃນການຮັບປະກັນການລົງຂ່າວຢ່າງທັນການ, ຊັດເຈນ, ມີກຳລັງເກ້ຍກ່ອມສຳລັບສັງຄົມ ແລະ ມີລັກສະນະສ້າງສັນສູງ.

ຕອບກັບ

ຂ່າວ/ບົດ​ອື່ນ