ສະເຫຼີມສະຫຼອງ25ປີແຫ່ງວັນຊາດສະຫະພັນລັດເຊຍ

ສະເຫຼີມສະຫຼອງ25ປີແຫ່ງວັນຊາດສະຫະພັນລັດເຊຍ - ảnh 1
ສະເຫຼີມສະຫຼອງ 25 ປີແຫ່ງວັນຊາດສະຫະພັນລັດເຊຍ
(ພາບ: dangcongsan.vn)


​(vovworld) - ​ຕອນ​ຄໍ່າ​ວັນ​ທີ 09/06, ສູນ​ວິທະຍາ​ສາດ ​ແລະ ວັດທະນະທຳ​ລັດ​ເຊຍ ຢູ່​ຮ່າ​ໂນ້ຍ, ​ໄດ​້ຈັດ​ພິທີ​ສະ​ເຫຼີມ​ສະຫຼອງ 25 ​ປີ​ແຫ່ງ​ວັນ​ຊາດສະຫະພັນ​ລັດ​ເຊຍ (12/06/1992 – 12/06/2015). ​ເຂົ້າ​ຮ່ວມ​ພິທີ​ມີ​ທ່ານ​ເອກ​ອັກຄະ​ລັດຖະທູດ​ສະຫະພັນ​ລັດ​ເຊ​ຍ ປະຈຳຫວຽດນາມ Vnukov Konstantin Vasilievich; ຜູ້​ຕາງ​ໜ້າສະມາຄົມ​ມິດຕະພາບ​ຫວຽດນາມ - ລັດ​ເຊຍ ນະ​ຄອນຮ່າ​ໂນ້ຍ ພ້ອມ​ກັບ​ຜູ້ຕາງໜ້າ​ບັນດາ​ຄະນະ, ຂະ​ແໜງ​ການ ​ແລະ ນັກຮຽນ, ນັກ​ສຶກ​ສາ​ທີ່​ຊົມ​ຊອບ​ພາສາ​ລັດ​ເຊຍ. ທີ່​ພິທີສະ​ເຫຼີ​ມສະຫຼອງ ​ໄດ້​ຈັດການ​ເຄື່ອນ​ໄຫວ​ຕ່າງໆ​ຄື: ສາຍ​ຟິມຮູບ​ເງົາ​ກ່ຽວ​ກັບປ​ະ​ເທດ​ລັດ​ເຊຍ; ມອບ​ລາງວັນ​ການ​ເສງປະດິດ​ຄິດສ້າງ​ສຳລັບ​ເດັກ “ນ້ອງ​ຮູ້​ຫຍັງ​ກ່ຽວ​ກັບປະ​ເທດ​ລັດ​ເຊຍ” ດ​້ວຍພາບ​ແຕ້ມ, ບັນດາ​ຜະລິດ​ຕະພັນ​ຫັດຖະກຳ ​ແລະ ລາຍການ​ສິລະ​ປະ​ຍ້ອງຍໍ​ສັນລະ​ເສີນປະ​ເທດ​ລັດ​ເຊຍ.

ຂ່າວ/ບົດ​ອື່ນ