(ພິທີສະເຫຼີມສະຫຼອງ 25 ປີແຫ່ງວັນ ຫວຽດນາມ ໃຫ້ສັດຕະຍາ
ບັນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບສິດຂອງເດັກ)
(vovworld) – ວັນທີ 20/12, ຢູ່ຮ່າໂນ້ຍ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຈັດຕັ້ງພິທີສະເຫຼີມສະຫຼອງ 25 ປີແຫ່ງວັນ ຫວຽດນາມ ໃຫ້ສັດຕະຍາບັນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບສິດຂອງເດັກ. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຢືນຢັນວ່າ: ເລື່ອງໃຫ້ສັດຕະຍາບັນສົນທິສັນຍາສາກົນກ່ຽວກັບສິດຂອງເດັກ ແມ່ນເໝາະສົມກັບມູນເຊື້ອ, ສິນທຳຂອງຊາດ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຮຽກຮ້ອງທຸກຂະແໜງການ, ທຸກຊັ້ນ ແລະ ທົ່ວສັງຄົມຄວນໃຫ້ຄຳໝັ້ນສັນຍາຢ່າງແຮງກ່ວາອີກ, ຮ່ວມແຮງຮ່ວມໃຈດ້ວຍຄວາມຮັບຜິດຊອບ ແລະ ຈິງໃຈໃຫ້ແກ່ພາລະກິດປົກປັກຮັກສາ, ສົ່ງເສີມ ແລະ ສຶກສາເດັກ ເພື່ອໃຫ້ເດັກນ້ອຍທຸກຄົນໄດ້ດຳລົງຊີວິດໃນຄວາມເບິກບານມ່ວນຊື່ນ ແລະ ດີງາມທີ່ສຸດ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຊີ້ແຈ້ງວ່າ:
“ຂ້າພະເຈົ້າຂໍສະເໜີໃຫ້ຕໍ່ທຸກຄົນ ພ້ອມກັນສະແດງຄວາມຮູ້ບຸນຄຸນຕໍ່ກອງທຶນສະຫະປະຊາຊາດເພື່ອເດັກນ້ອຍ, ຕໍ່ສະຫະປະຊາຊາດ ແລະ ບັນດາປະເທດ, ອົງການຈັດຕັ້ງ, ສ່ວນບຸກຄົນທັງໝົດ ໄດ້ສູ້ຊົນ, ປະກອບສ່ວນໃຫ້ສັນຕິພາບ, ການຮ່ວມມື, ພັດທະນາ, ວັດທະນາຖາວອນຢ່າງບໍ່ຢຸດຢັ້ງ; ໃຫ້ການພັດທະນາມະນຸດ, ການສົ່ງເສີມ, ປົກປັກຮັກສາເດັກນ້ອຍ”.
ທ່ານ Youssouf Abdel Jelil, ຫົວໜ້າຄະນະຜູ້ຕາງໜ້າກອງທຶນສະຫະປະຊາຊາດເພື່ອເດັກນ້ອຍ ປະຈຳ ຫວຽດນາມ ຢືນຢັນວ່າ: ປະຊາຄົມສາກົນຮັບຮູ້ ແລະ ຕີລາຄາສູງບັນດາບາດກ້າວໝັ້ນຄົງ ເຊິ່ງ ຫວຽດນາມ ບັນລຸໄດ້ດ້ວຍບັນດາດັດຊະນີພັດທະນາຄື: ຫລຸດຜ່ອນຄວາມທຸກຍາກ, ອັດຕາເຂົ້າຮຽນ, ອັດຕາການເສຍຊີວິດແມ່ ແລະ ເດັກນ້ອຍ. ຄຳໝັ້ນສັນຍາດ້ານການເມືອງຢ່າງແຂງແຮງ ແລະ ການຊີ້ນຳນຳພາຂອງລັດຖະບານ ຫວຽດນາມ ໃນການປະຕິບັດສິດຂອງເດັກ ໄດ້ຊ່ວຍ ປັບປຸງຊີວິດການເປັນຢູ່ຂອງເດັກນ້ອຍ ຫວຽດນາມ ນັບລ້ານຄົນ.